ແຂວງ ຄໍາມ່ວນ ສ້າງວົງວຽນແຄນ
24/11/2026
ວົງວຽນແຄນແຫ່ງໃໝ່ ທີ່ຕັ້ງຢູ່ເສັ້ນທາງເລກ 13 ໃຕ້ ບໍລິເວນທາງໄປຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ກໍາລັງກາຍເປັນຈຸດເດັ່ນໃໝ່ຂອງເມືອງທ່າແຂກ ດ້ວຍການນຳເອົາສັນຍາລັກວັດທະນະທຳທ້ອງຖິ່ນ ມາສະທ້ອນຜ່ານສິລະປະການອອກແບບ.
ໂຄງການມີມູນຄ່າກໍ່ສ້າງ 3.8 ຕື້ກີບ ໄດ້ຮັບການສະໜັບສະໜູນຈາກບໍລິສັດ ຝຸ່ນໂປຕາສ-ອາຊີໂປຕາສ ສາກົນ ລາວ ຈຳກັດ.
ໂອກາດ, ທ່ານ ວັນໄຊ ພອງສະຫວັນ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄໍາມ່ວນ ໂອກາດດັ່ງກ່າວໄດ້ຕິດຕາມເບິ່ງຄວາມຄືບໜ້າຂອງໂຄງການ. ປັດຈຸບັນ ການກໍ່ສ້າງມີຄວາມຄືບໜ້າ 60% ແລະ ຄາດວ່າຈະສໍາເລັດໃນເດືອນ ເມສາ 2027.
ຈຸດພິເສດຂອງວົງວຽນແຫ່ງນີ້, ແມ່ນການນໍາເອົາເອກະລັກທາງວັດທະນະທຳຂອງປະຊາຊົນຊາວແຂວງຄຳມ່ວນ ມາສ້າງສັນເປັນອົງປະກອບສິລະປະ ທັງຮູບແຄນ ສື່ເຖິງສິລະປະຂັບລຳມະຫາໄຊ ແລະ ຮູບປັ້ນໂຕຂະຍຸ ທີ່ສະທ້ອນເຖິງເອກະລັກທ້ອງຖິ່ນ ກາຍເປັນສັນຍາລັກໃໝ່ ແລນມາກຂອງແຂວງຄຳມ່ວນ.

