
ພິທີ ມອບ-ຮັບ ທຶນການສຶກສາດັ່ງກ່າວຈັດຂຶ້ນໃນວັນທີ 20 ທັນວາ 2022 ທີ່ສະໂມສອນ ແຂວງຄໍາມ່ວນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສູນໃຫຍ່ ແຫ່ງຣາຊາອານາຈັກໄທ ປະຈຳແຂວງສະຫວັນນະເຂດ, ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ, ມີຜູ້ອຳນວຍການບໍລິສັດຄຳມ່ວນຊີມັງຈຳກັດ,

ບັນດາທ່ານຄະນະການນໍາຈາກເມືອງທີ່ໂຮງຮຽນໄດ້ຮັບທຶນຄື: ໜອງບົກ, ມະຫາໄຊ, ຍົມມະລາດ ແລະ ທ່າແຂກ, ສະມາຄົມຮ່ວມນ້ຳໃຈກັບເດັກນ້ອຍລາວ, ພະນັກງານຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕະຫລອດນ້ອງນັກຮຽນທີ່ໄດ້ຮັບທຶນເຂົ້າຮ່ວມ.
ໂຄງການມອບທຶນການສຶກສາແບ່ງປັນຄວາມຝັນກັບ “SCG Sharing The Dream”. ເປັນໜຶ່ງໃນໂຄງການມອບທຶນຊຸກຍູ້ການສຶກສາໃຫ້ແກ່ນັກຮຽນຂັ້ນມັດທະຍົມສຶກສາຕອນປາຍໃນຂົງເຂດອາຊ່ຽນໄດ້ປະຕິບັດມາຢ່າງຕໍ່ເນື່ອງມາຫຼາຍປີ ເພື່ອສົ່ງເສີມທືນການສຶກສາໃຫ້ນັກຮຽນຜູ້ທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແຕ່ມີຈຸດປະສົງຢາກຮຽນໃຫ້ຈົບຂັ້ນມັດທະຍົມສຶກສາຕອນປາຍ ແລະ ສືບຕໍ່ຮຽນໃນລະດັບສູງຂື້ນໄປ, ນັກຮຽນທີ່ຈະໄດ້ຮັບທຶນຕ້ອງເປັນຜູ້ທີ່ມີຄວາມກະຕັນຍູຮູ້ຄຸນຕໍ່ພໍ່ແມ່, ຄູບາ-ອາຈານ ແລະ ເປັນຄົນດີຂອງສັງຄົມ ມີຄວາມກະຕືລືລົ້ນທີ່ຈະສຶກສາຮໍ່າຮຽນມີຜົນການຮຽນໃນລະດັບກາງຂື້ນໄປ, ໂຄງການນີ້ໄດ້ຈັດຕັ້ງປະຕິບັດຢູ່ ສປປ ລາວ ເລີ່ມແຕ່ປີ 2012 – 2013 ມີ ນະຄອນຫລວງວຽງຈັນ ແລະ ແຂວງຄໍາມ່ວນ. ສໍາລັບແຂວງຄໍາມ່ວນເລີ່ມແຕ່ປີ 2014 – 2020 ແລະ ສືບຕໍ່ເປັນປິທີ 7, ໃນສົກປີ 2022-2023 ແຂວງຄໍາມ່ວນໄດ້ຮັບ 110 ທຶນ, ໃນຈໍານວນ 4 ເມືອງຄື: ເມືອງທ່າແຂກ, ໜອງບົກ, ມະຫາໄຊ ແລະ ເມືອງຍົມມະລາດ.

ໂອກາດມີຄໍາເຫັນຕໍ່ພິທີ ທ່ານ ປອ. ສົມສະອາດ ອຸ່ນສີດາ ຍັງໄດ້ກ່າວສະແດງຄວາມຂອບໃຈມາຍັງຜູ້ບໍລິຫານງານ SCG ທີ່ໄດ້ມອບໂອກາດ ແລະ ທຶນຮອນໃນຊຸກຍູ້ສົ່ງເສີມການສຶກສາໃຫ້ແກ່ນ້ອງນັກຮຽນໃນຄັ້ງນີ້ ເຊິ່ງນັບວ່າເປັນໂອກາດທີ່ດີເພື່ອປະກອບສ່ວນເຂົ້າໃນການພັດທະນາການສຶກສາກໍ່ຄືພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນຜູ້ມີຄວາມຮູ້ຄວາມສາມາດ, ພ້ອມທັງຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຊ່ວຍເຫຼືອຂະຫຍາຍໄປຕື່ມອີກ ໃນບັນດາເມືອງຂອງແຂວງຄໍາມ່ວນ ໃນສົກຮຽນປີຕໍ່ໄປ, ນອກນັ້ນ ທ່ານຍັງໄດ້ເນັ້ນໜັກມາຍັງນ້ອງນັກຮຽນຈົ່ງເອົາໃຈໃສ່ ໃນການສຶກສາຮໍ່າຮຽນ ໃຫ້ເປັນນັກຮຽນທີ່ດີເດັ່ນ, ເພື່ອພັດທະນາຕົນເອງ ໃຫ້ກາຍເປັນຄົນດີຂອງສັງຄົມ.