ໃນລະຫວ່າງການລົງເຄື່ອນໄຫວເຮັດວຽກຢູ່ເມືອງຄູນຄຳ ວັນທີ 7 ທັນວາ 2022 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄຳ, ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ບັນດາພະແນກການ, ຂະແໜງການທີ່ກ່ຽວຂ້ອງ ໃນການຮ່ວມເຮັດວຽກຄັ້ງນີ້ ໄດ້ເຂົ້າທ່ຽວຊົມຖໍ້າກອງລໍ ໂດຍໄດ້ເລີ່ມຈາກບໍລິເວນໂຖງຖໍ້າທີ່ຄົ້ນພົບໃໝ່ ທີ່ຢູ່ຫ່າງຈາກປາກຖໍ້າ ປະມານ 100 ກວ່າແມັດ.
ໂດຍຄະນະທ່ານເຈົ້າແຂວງໄດ້ເລີ່ມຍ່າງຈາກຈຸດຈອດເຮືອ ຜ່ານຂັ້ນໄດ ແລະ ຂົວເຫຼັກທີ່ຫາກໍ່ສຳເລັດໃນການກໍ່ສ້າງ ເຂົ້າເຖິງຈຸດຊົມຖັດສະນີຍະພາບພາຍໃນຖໍ້າ ປະກອບດ້ວຍຫີນຫງອກ, ຫີນຍ້ອຍທີ່ສະລັບດ້ວຍລະບົບການຕິດຕັ້ງໄຟຟ້າພາຍໃນຖໍ້າໂຖງ ມີສີສັນແວວວາວ ຕະການຕາ. ຖໍ້າກອງລໍ ມີຄວາມຍາວ ປະມານ 7.500 ແມັດ, ກວ້າງສະເລ່ຍ 30 ແມັດ ແລະ ຄວາມສູງ ແຕ່ 20-100 ແມັດ, ເປັນຖໍ້າທີ່ມີຄວາມສວຍງາມ, ມີສະເໜ່ດຶງດູດນັກທ່ອງທ່ຽວ ທັງພາຍໃນ, ພາກພື້ນ ແລະ ສາກົນ. ເຊິ່ງໄດ້ເລີ່ມເປີດໃຫ້ການບໍລິການແກ່ນັກທ່ອງທ່ຽວ ແຕ່ປີ 2022 ເປັນຕົ້ນມາ. ພາຍໃນຖໍ້າປະກອບໄປດ້ວຍແກ້ງນໍ້າໄຫຼຜ່ານ, ຫີນຫງອກ, ຫີນຍ້ອຍ ແລະ ຫາດຊາຍທີ່ສວຍງາມ ຈຳນວນ 20 ກວ່າຈຸດ, ນັກທ່ອງທ່ຽວ ສາມາດຂີ່ເຮືອລອດຜ່ານເຂົ້າຖໍ້າໄດ້ຕະຫຼອດລະດູແລ້ງ ແລ້ວຊອດອອກສູ່ປາກຖໍ້າອີກເບື້ອໜຶ່ງ (ເບື້ອງນາຕານ) ເມືອງນາກາຍ ເພື່ອທ່ອງທ່ຽວຊົມວິຖີຊີວິດດັ່ງເດີມຂອງປະຊາຊົນບ້ານນາຕານ, ຊົມ-ຊື້ ຂອງທີ່ລະນຶກ ທີ່ເປັນຜະລິດຕະພັນ ຫັດຖະກຳຈາກຊາວບ້ານ. ໃນຈຸດທີ່ຕັ້ງ ໂອບລ້ອມດ້ວຍທຳມະຊາດ, ສາຍນໍ້າ ແລະ ພູຜາປ່າໄມ້ ອັນເປັນມົນສະເໜ່ ຂອງແຂວງຄຳມ່ວນ.