
ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈໍາປີ 2022 ຂອງຫ້ອງວ່າການແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ 2022. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳຂົງເຂດວຽກງານການເມືອງແນວຄິດ ແລະ ວຽກພັກ-ພະນັກງານ, ທ່ານ ໝັ້ນຍືນ ຄີນສະໝອນ ຫົວໜ້າຫ້ອງວ່າການ ແຂວງ, ພ້ອມຄະນະ, ມີຕາງໜ້າຈາກພະແນກພາຍໃນແຂວງ, ຄະນະກວດກາພັກ-ລັດແຂວງ, ຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະ

ຮັບຜິດຊອບການປະເມີນຂັ້ນແຂວງ ແລະ ບັນດາຄະນະຂະແໜງການ, ຕະຫຼອດຮອດພະນັກງານ-ລັດຖະກອນ ທີ່ຂື້ນກັບຫ້ອງວ່າການແຂວງເຂົ້າຮ່ວມ.
ໃນກອງປະຊຸມແມ່ນໄດ້ເຊື່ອມຊຶມບັນດານິຕິກໍາ ທີ່ສໍາຄັນຈໍານວນໜຶ່ງທີ່ຕິດພັນກັບການປະເມີນຜົນພະນັກງານ-ລັດຖະກອນໂດຍສະເພາະ ດໍາລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ສະບັບເລກທີ 300/ລບ, ດຳລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ເລກທີ 184/ລບ. ພ້ອມທັງຮັບຟັງວິທີການໃຫ້ຄະແນນຕົນເອງ ແລະ ໝູ່ຄະນະ.
ການປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແມ່ນປະເມີນຕາມ 3 ເນື້ອໃນເຊັ່ນ: ດ້ານຄຸນທາດການເມືອງ, ຄຸນສົມບັດ-ສິນທຳປະຕິວັດ, ມາດຕະຖານວັດແທກດ້ານຄວາມຮູ້, ຄວາມສາມາດ ແລະ ປະສົບການ ແລະ ມາດຕະຖານດ້ານຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານ, ເພື່ອແນໃສ່ເຮັດໃຫ້ບັນດາພະນັກງານ-ລັດຖະກອນ ໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈຕໍ່ບັນດານິຕິກໍາດັ່ງກ່າວ ແລະ ໄດ້ດໍາເນີນຢ່າງເປັນລະບົບ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຮັບປະກັນຄວາມເປັນເອກະພາບ, ໂປ່ງໃສ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງ.

ພ້ອມນີ້ພະນັກງານ-ລັດຖະກອນທຸກໆ ສະຫາຍ ຈະໄດ້ໃຫ້ຄະແນນ ພ້ອມທັງຜ່ານບົດປະເມີນຂອງຕົນເອງ ເພື່ອໃຫ້ໝູ່ຄະນະຕີລາຄາຕຳນິສົ່ງຂ່າວ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ດ້ວຍການຕີລາຄາ ແລະ ປະເມີນຜົນຕາມມາດຕະຖານວັດແທກ, ຊອກໃຫ້ເຫັນຜົນງານ, ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ ລວມທັງກົມກອງລວມໝູ່ ແລະ ຊອກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ.
ໂອກາດນີ້ຍັງໄດ້ຮັບຟັງການຜ່ານຂໍ້ຕົກຂອງທ່ານເຈົ້າແຂວງຄໍາມ່ວນ ວ່າດ້ວຍການແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າ ຂະແໜງອະນຸສາວະລີ, ອານຸສອນ ແລະ ຂໍ້ຕົກລົງຂອງປະທານຄະນະບໍລິຫານງານສະຫະພັນກຳມະແຂວງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະບານຮາກຖານຫ້ອງວ່າການແຂວງຄໍາມ່ວນ.

ເພື່ອເປັນທິດໃນການຈັດຕັ້ງປະຕິບັດ ວຽກງານການປະເມີນຜົນ ຂອງຫ້ອງວ່າການແຂວງ ໄດ້ດໍາເນີນໄປຕາມຫຼັກການ ແລະ ທັນຕາມເວລາທີ່ກໍານົດໄວ້ ໃນກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຂອງ ທ່ານ ວົງເພັດ ຈິດປັນຍາ ໂດຍໄດ້ລົງເລິກເນັ້ນໜັກໃນສາມໜ້າວຽກທີ່ສໍາຄັນເປັນຕົ້ນ : ກ່ຽວກັບການຈັດຕັ້ງປະຕິບັດບັນດາເນື້ອໃນນິຕິກໍາ ທີ່ໄດ້ຮັບການເຜີຍແຜ່ເຊື່ອມຊຶມ ແລະ ການແນະນໍາ, ວິທີການ, ຂັ້ນຕອນ ທາງດ້ານວິຊາການ ທີ່ຕິດພັນກັບວຽກງານປະເມີນຜົນຂອງພະນັກງານ-ລັດຖະກອນ, ກ່ຽວກັບຄວາມເອົາໃຈໃສ່ຕໍ່ບົດບາດ, ໜ້າທີ່ຄວາມຮັບຜິດຊອບ ຂອງພະນັກງານ-ລັດຖະກອນ ໃນຄວາມເປັນເຈົ້າການ ປະຕິບັດໜ້າທີ່ເຮັດວຽກງານຂອງຫ້ອງວ່າການ, ພ້ອມທັງຊີ້ນໍາຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງຕາມຂໍ້ຕົກລົງຂອງແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ, ທັງນີ້ກໍເພື່ອແນໃສ່ຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນປະຈຸບັນກໍ່ຄືໃນຕໍ່ໜ້າໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ.