I. ຜົນສຳເລັດການພັດທະນາເສດຖະກິດ-ສັງຄົມ 2011-2015:
1. ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII(2011-2015)ຜ່ານມາຕີລາຄາຜົນສໍາເລັດແຕ່ລະດ້ານດັ່ງນີ້:
ຄາດໝາຍສູ້ຊົນເສດຖະກິດຕ້ອງຂະຫຍາຍຕົວບໍ່ຫຼຸດ 12%, ສະເລ່ຍໃສ່ຫົວຄົນ 1.883 $/ປີ, ຕິບັດສົກປີ 2013-14 ປະຕິບັດບັນລຸ 12,95% ລາຍຮັບສະເລ່ຍ 1.684 $/ປີ, ພົນລະເມືອງ 396.729 ຄົນ, ອັດຕາແລກປ່ຽນ 8.059 ກີບ/$
1.2 ໂຄງປະກອບເສດຖະກິດຄາດໝາຍສູ້ຊົນ:
- ຂະແໜງກະສິກຳ-ປ່າໄມ້ 29,5% ຂອງ GDP ປະຕິບັດຕົວຈິງ ສົກປີ 2013-14 ບັນລຸ 24,81%ຂອງ GDP.
- ຂະແໜງອຸດສາຫະກຳ 44,8% ຂອງ GDP,ປະຕິບັດຕົວຈິງສົກປີ 2013-14 ບັນລຸ 39,96%ຂອງ GDP.
- ຂະແໜງບໍລິການ 25,7% ຂອງ GDP, ປະຕິບັດຕົວຈິງສົກປີ 2013-14 ບັນລຸ 35,23% ຂອງ GDP.
1.3 ການລົງທຶນ 5 ປີ ຜ່ານມາ ການລົງທຶນສະເລ່ຍ 25-30% ຂອງ GDPໃນນັ້ນ:
- ການລົງທຶນຂອງລັດກວມ 1,87% ການລົງທຶນຊ່ວຍເຫຼືອເພື່ອການພັດທະນາ ກວມ 5% ການລົງທຶນຂອງເອກະຊົນກວມ 16% ການລົງທຶນຂອງທະນາຄານ ແລະ ປະຊາຊົນກວມ 4% ຂອງ GDP.
- ການຜະລິດ ແລະ ການບໍລິການ:
1.4.1 ຄາດໝາຍການຜະລິດເຂົ້າ 261.850 ໂຕນ, ປະຕິບັດຕົວຈີງບັນລຸປີ 328.620 ໂຕນ, ໃນປີ 2014, ສົມທຽບໃສ່ປີ 2013 ເພີ້ມຂຶ້ນ 6,27%;.
1.4.2 ການສົ່ງອອກສິນຄ້າຕາມແຜນການ 170,36 ລ້ານໂດລາສະຫະລັດ, ປະຕິບັດບັນລຸ 362,26 ລ້ານ$ ທຽບໃສ່ແຜນປະຕິບັດ 272%;.
1.4.3 ສີນຄ້ານຳເຂົ້າ ແຜນການ 456,06 ລ້ານ$, ປະຕິບັດບັນລຸ 806,03 ລ້ານ$, ທຽບໃສ່ແຜນປະຕິບັດ 197,84%,ຂາດດູນການຄ້າ 443,77 ລ້ານ$;.
1.4.4 ການຈໍລະຈອນສິນຄ້າບັນລຸ 8.867,51 ຕື້ກີບ ທຽບໃສ່ແຜນ 5 ປີເພີ້ມຂຶ້ນ 604%;.
1.5 ການເກັບລາຍຮັບເຂົ້າງົບປະມານ:
1.5.1 (2011-2015) ສະເລ່ຍແຕ່ລະປີໃຫ້ເພີ່ມຂື້ນ 20% ເທົ່າກັບ 1.650,66 ຕື້ກີບ: - ລາຍຮັບຕົວຈີງ 2.100,32 ຕື້ກີບ, ທຽບໃສ່ແຜນການບັນລຸ 127,24%.
1.5.2 ລາຍຈ່າຍ 1.789,80 ຕື້ກີບ, ທຽບໃສ່ແຜນການບັນລຸ 157,03%.
1.5.3 ການຜະລິດ ແລະ ປຸງແຕ່ງແຮ່ທາດບັນລຸມູນຄ່າ 188,80 ລ້ານ$, ການຈຳໜ່າຍມີມູນຄ່າ 194,87 ລ້ານ$ ໃນນັ້ນ: ຈຳໜ່າຍພາຍໃນມີມູນຄ່າ 2,42 ລ້ານ$ ແລະ ຈຳໜ່າຍອອກຕ່າງປະເທດ 192,45 ລ້ານ4;.
1.6 ຄາດໝາຍຂະຫຽາຍໄຟຟ້າໃຫ້ຄົວເຮືອນ:
- ປີ 2015 ໃຫ້ບັນລຸ 90%, ປະຕິບັດໄດ້ 93,19% ຂອງຄົວເຮືອນທັງໝົດ, ສົມທຽບໃສ່ຄາດໝາຍລື່ນ 3,5%;.
1.7 ການຈັດຕັ້ງປະຕິບັດ ເປົ້າໝາຍ MDGs ໄດ້ດັ່ງນີ້:
1.7.1 ອັດຕາການຕາຍຂອງແມ່ ປະຕິບັດໄດ້(ຕໍ່ການມີຊີວິດ 100.00 ຄົນ)ເທົ່າກັບ 79 ຄົນ/100.000 ຄົນ (ຄາດໝາຍ MDGs 260/100.000).
1.7.2 ອັດຕາສ່ວນເດັກມີນ້ຳໜັກຕໍ່າກ່ວາ ມາດຕະຖານປະຕິບັດໄດ້ 20,91% (ຄາດໝາຍMDGs 22%).
1.7.3 ອັດຕາສ່ວນເດັກນ້ອຍລຸ່ມ 5 ປີ ທີ່ເຕັ້ຍປະຕິບັດໄດ້ 36,65% (ຄາດໝາຍ MDGs 34%).
1.7.4 ອັດຕາການຕາຍຂອງເດັກລຸ່ມ5ປີ (ຕໍ່ການມີຊີວິດ1.000 ຄົນ) ເທົ່າກັບ27ຄົນ/1.000ຄົນ, (ຄາດໝາຍ MDGs 70/1.000 ຄົນ).
1.7.5 ອັດຕາການຕາຍຂອງເດັກລຸ່ມ1ປີ (ຕໍ່ການມີຊີວິດ1.000ຄົນ) ເທົ່າກັບ22 ຄົນ/1.000ຄົນ(ຄາດໝາຍMDGs 45 ຄົນ/1.000).
- ການແກ້ໄຂຄວາມທຸກຍາກຂອງປະຊາຊົນ:
- ສາມາດລືບລ້າງຄວາມທຸກຍາກໃຫ້ປະຊາຊົນຈາກ 4.005 ຄອບຄົວໃນປີ (2010) ປີ 2015 ຍັງເຫຼືອ 1.151 ຄອບຄົວເທົ່າກັບ 1,53% ຂອງຄອບຄົວທົ່ວແຂວງ ແລະ ບ້ານທຸກຍາກຈາກ 100 ບ້ານປີ (2010) ປີ 2015 ຍັງເຫຼືອ 12 ບ້ານເທົ່າກັບ 2,06% ຂອງຈຳນວນບ້ານທົ່ວແຂວງ.
II. ການຈັດຕັ້ງປະຕິບັດແຕ່ລະຂົງເຂດ.
1.1 ກະສິກຳ-ປ່າໄມ້:
ໃນປີ 2014 ຜະລິດເຂົ້າໄດ້ທັງໜົດ 328.620ໂຕນໃນນັ້ນ: ຜົນຜະລິດເຂົ້ານາປີໄດ້ 270.100ໂຕນ,ສະມັດຕະພາບ 3,75 ຕ/ຮຕ,ໃນເນື້ອທີ່ 80.180 ຮຕ.ນາແຊງ 57.760 ໂຕນ, ສະມັດຕະພາບ 5,58 ຕ/ຮຕ, ໃນເນື້ອທີ່ 12.250 ຮຕແລະ ເຂົ້າເນີນສູງໄດ້ 760 ໂຕນ, ສະມັດຕະພາບ 2,00 ຕ/ຮຕ,ໃນເນື້ອທີ່ 300 ຮຕ. ສະເລ່ຍໄດ້ 828 ກິໂລ/ຄົນ/ປີ.
- ການປູກພືດສຳຮອງ: ຜົນຜະລິດໄດ້ທັງໜົດ 27.900 ໂຕນ, ໃນເນື້ອທີ່ 14.807 ຮຕ,ໃນນັ້ນ: ສາລີຫວານ 8.791 ໂຕນ, ເຜືອກມັນ 2.071 ໂຕນ ແລະ ພືດຜັກ 17.038 ໂຕນ.
- ການລ້ຽງສັດແບບພື້ນເມືອງ:ຄວາຍ 67.368 ໂຕ,ງົວ 105.314ໂຕ,ໝູລາດ 107.408ໂຕ, ສັດປີກ873.629 ໂຕ.ອັດຕາການບໍລິໂພກຊີ້ນ, ປາ, ໄຂ່ໂດຍສະເລ່ຍ ບັນລຸໄດ້ 49 ກິໂລ/ຄົນ/ປີ.
- ການປູກພືດເປັນສິນຄ້າ:ຜົນຜະລິດໄດ້ທັງໝົດ 37.843 ໂຕນ, ໃນເນື້ອທີ່ 2.481 ຮຕ, ( ໃນນັ້ນ: ມັນຕົ້ນ 28.502ໂຕນ, ອ້ອຍ5.883ໂຕນ ແລະ ຢາສູບ 3.458ໂຕນ.
- ການລ້ຽງສັດເປັນສິນຄ້າ: ຟາມງົວມີ10 ຟາມມີງົວ540 ໂຕ, ຟາມໝູພັນມີ60 ຟາມມີໝູ25.773 ໂຕ. ຟາມໄກ່ພັນ ມີ 09 ຟາມມີໄກ່26.992 ໂຕ, ຟາມເປັດມີ 17 ຟາມ ມີເປັດ 9.516 ໂຕ, ຟາມນົກກະທາ 04 ຟາມມີນົກ 23.440 ໂຕ ແລະ ຟາມລ້ຽງປາ06 ຟາມ, ມີ 573 ກະຊັງມີປາ 3.560.976 ໂຕ.
- ວຽກງານຊົນລະປະທານ: ທົ່ວແຂວງມີລະບົບຊົນລະປະທານ 222 ແຫ່ງ, ສາມາດນຳໃຊ້ໄດ້ 163 ແຫ່ງ,ສະໜອງນ້ຳໄດ້ 12.250 ຮຕ ແລະ ປັບປຸງຄອງຊົນລະປະທານຈາກຄອງດິນມາເປັນຄອງດິນຈີ່ ແລະ ເບຕົງ 196,77 ກມ.
1.2 ວຽກງານອຸດສາຫະກຳ ແລະການຄ້າ:
ມີໂຮງງານອຸດສາຫະກຳປຸງແຕ່ງທັງໝົດ 256ແຫ່ງ, ມູນຄ່າ2.264,54ຕື້ກີບ; ໃນນັ້ນ: ໂຮງງານຂະໜາດໃຫຍ່ 92ແຫ່ງ,ກາງ57 ແຫ່ງແລະຂະໜາດນ້ອຍ 107ແຫ່ງ.ປຸງແຕ່ງຜະລິດຕະພັນໄດ້ 66,06 ລ້ານ$, ຫັດຖະກຳ 426 ແຫ່ງ, ຈັດງານວາງສະແດງ ແລະ ຈຳໝ່າຍສີນຄ້າຢູ່ພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດລວມ 21 ຄັ້ງ, ມູນຄ່າ 34,15 ຕື້ກີບ, ດັດສົມໂຮງງານປຸງແຕ່ງໄມ້ຈາກ 174 ແຫ່ງຍັງເຫຼືອ 88 ແຫ່ງ;.
1.3 ວຽກງານພະລັງງານ-ບໍ່ແຮ່:
+ ວຽກງານບໍ່ແຮ່: ທົ່ວແຂວງມີບໍລິສັດລົງທຶນໃສ່ການຂຸດຄົ້ນ-ປຸງແຕ່ງແຮ່ທາດ67ບໍລິສັດ,ໃນນັ້ນ: ຕ່າງປະເທດມີ 24 ບໍລິສັດ, ສົກປີ 2014-2015 ມູນຄ່າການຜະລິດໄດ້188,80 ລ້ານ$, ເກັບຄ່າສຳປະທານຂຸດຄົ້ນບໍ່ແຮ່ໄດ້ 63.442$ ແລະ ຄ່າພັນທະຕ່າງໆໄດ້3,50 ລ້ານ$;.
+ ວຽກພະລັງງານໄຟຟ້າ: ໃນ 10ເມືອງໄດ້ຊົມໃຊ້ໄຟຟ້າ 100%, ມີ 527 ບ້ານ ແລະ 66.541 ຄອບຄົວເທົ່າກັບ 93,19%ຂອງຈໍານວນຄອບຄົວ ແລະ ບ້ານທັງໝົດ;.
ສຳເລັດການກໍ່ສ້າງເຂື່ອນໄຟຟ້າເທີນ-ຫີນບູນພາກຂະຫຍາຍມີກໍາລັງຕິດຕັ້ງ 280 MW ແລະ ເຂື່ອນຂະໜາດນ້ອຍ 02 ແຫ່ງຄື: ເຂື່ອນວັງຈາງມີກໍາລັງຕິດຕັ້ງ 10 KW ແລະເຂື່ອນຫ້ວຍແກ່ວງມີກໍາລັງຕິດຕັ້ງ 40 KW ແລະ ກໍາລັງກໍ່ສ້າງເຂື່ອນໄຟຟ້ານໍ້າຫີນບູນ(ບ້ານທົ່ງລົມ) ມີກໍາລັງການຜະລິດ30 MW;.
2. ຂົງເຂດບໍລິການ:
2.1 ວຽກງານໂຍທາທິການ ແລະ ຂົນສົ່ງ:
ທົ່ວແຂວງມີເສັ້ນທາງຍາວທັງໝົດ 3.475,54 ກມ,ໃນນັ້ນ: ທາງເບຕົງຍາວ27,13ກມ, ທາງປູຢາງຍາວ 546,41 ກມ, ທາງດິນແດງຍາວ 1.345,92ກມ, ທາງດິນທຳມະຊາດຍາວ 1.538,18ກມ. ທາງທຽວໄດ້ 02 ລະດູ ກວມ 73% .ກໍ່ສ້າງຂົວທັງໝົດ 203 ແຫ່ງ ມີລວງຍາວ 2.884,23 ແມັດ, ໃນນັ້ນ: ຂົວເບຕົງເສິມເຫຼັກ 64 ແຫ່ງ, ຂົວເບເລ້ 19 ແຫ່ງ, ຂົວໄມ້ 120 ແຫ່ງ, ກໍ່ສ້າງກັນເຈື່ອນຕາມລຳນ້ຳຂອງ 13 ແຫ່ງ, ຍາວ 8.706 ແມັດ, ປະປາຊົນໄດ້ຊົມໃຊ້ນ້ຳປະປາໃນ 4 ເທສະບານ ເມືອງກວມ 13% ປະຊາກອນທົ່ວແຂວງແລະ ພວມກໍ່ສ້າງ ນ້ຳປະປາໃນເທດສະບານແຂວງສາມາດຜະລິດ 15.000 ມ3;.
- ການບໍລິການທາງຜ່ານ: ບໍລິມາດການຂົນສົ່ງສິນຄ້າຜ່ານແດນປີ(2009-2010) ກ່ອນສ້າງຂົວມິດຕະພາບສາມ ປະລິມາດ 112,83 ພັນໂຕນ, ພາຍຫລັງເປີການນຳໄຊ້ຂົວມິດຕະພາບສາມ (2011-2014)ສະເລັ່ຍ 2.264,42 ລ້ານໂຕນ/ປີ,ບໍລິສັດຂົນສົ່ງພາຍໃນແຂວງ 21 ບໍລິສັດໃນນັ້ນ: ບໍລິສັດຂົນສົ່ງໂດຍສານ 17 ບໍລິສັດ ແລະ ນັກທ່ອງທ່ຽວເຂົ້າທ່ຽວຊົມ(2009-2010) ມີ 136.664 ຄົນ, ສ້າງລາຍຮັບໄດ້ 81.18 ຕື້ກີບ, ປີ (2013-2014) ມີ 407.464 ຄົນ, ສ້າງລາຍຮັບໄດ້ 251,59 ຕື້ກີບ;.
2.2 ວຽກງານການເງິນ:
- ໃນ 5 ປີຜ່ານມາ ເກັບລາຍຮັບເຂົ້າງົບປະມານໄດ້ 2.100,32 ຕື້ກີບ, ເທົ່າກັບ 100,64% ຂອງແຜນ 5 ປີ (ໃນນັ້ນ: ສູນກາງ 970,19 ຕື້ກີບ,ເທົ່າກັບ 104,13% , ລາຍຮັບທ້ອງຖິ່ນ 1.130,13 ຕື້ກີບ, ເທົ່າກັບ 98,11% ຂອງແຜນ 5 ປີ). ລາຍຈ່າຍປະຕິບັດໄດ້ 1.789,80 ຕື້ກີບ, ເທົ່າກັບ 96,76%. ຂອງແຜນ 5 ປີ.
2.3 ວຽກທະນາຄານ:
ການລະດົມແຫຼ່ງທຶນຂອງ ສາມ ທະນາຄານໄດ້ 3.308,27 ຕື້ກີບ, ເທົ່າກັບ 157,41% ແລະ ປ່ອຍສິນເຊື່ອໄດ້ 2.122,73 ຕື້ກີບ, ເທົ່າກັບ 170,36% ຂອງແຜນການ.
2.4 ວຽກໄປສະນີໂທລະຄົມ-ສື່ສານ:
ສາຂາບໍລິສັດລັດວິສາຫະກິດໄປສະນີລາວປະຈຳແຂວງ 1 ແຫ່ງ, ຫ້ອງການໄປສະນີເມືອງ 5 ເມືອງ ແລະຈ່າມໄປສະນີ 8 ແຫ່ງ, ແຈກຢາຍໄປສະນີພັນໄດ້ 3.454 ກິໂລ, ແຈກຢາຍໄປສະນີພັນຕ່າງປະເທດທັງຂາເຂົ້າ ແລະ ຂາອອກ 2.237,37 ກິໂລ.ຮ້ານບໍລິການອິນເຕີເນັດ50 ຮ້ານ, ຂະຫຍາຍກາບໄຍແກ້ວນຳແສງ 4.233 ກມ, ໂທລະສັບທົ່ວເຖິງທຸກເມືອງກວມ 460 ບ້ານ, ໂທລະສັບຕັ້ງໂຕະແບບມີສາຍ ແລະ ບໍ່ມີສາຍ 33.023 ເລກໝາຍ, ໂທລະສັບມືຖື 232.457 ເລກໝາຍ ຄິດສະເລ່ຍ 69 ເລກໝາຍ/ປະຊາກອນ 100 ຄົນ ແລະ ມີຜູ້ໃຊ້ອິນເຕີເນັດ 13.200 ເລກໝາຍ.
3. ວຽກງານການສຶກສາທິການ ແລະ ກິລາ:
- ທົ່ວແຂວງມີໂຮງຮຽນຝາກເດັກ-ອະນຸບານ 129 ແຫ່ງ, ທຽບໃສ່ 5 ປີ ໂຮງຮຽນເພີ້ມຂື້ນ 70 ແຫ່ງ, ນັກຮຽນ ເພີ້ມຂຶ້ນ 39%.ອັດຕາການເຂົ້າຮຽນຊັ້ນອານຸບານ ອາຍຸ 3-5 ປີບັນລຸໄດ້ 35,4% ທຽບໃສ່ແຜນ 5 ປີເພີ່ມຂຶ້ນ 15,3%.
- ມີໂຮງຮຽນປະຖົມທັງພາກລັດ ແລະ ເອກະຊົນ 631 ແຫ່ງ, ທຽບໃສ່ 5 ປີ ໂຮງຮຽນເພີ້ມຂຶ້ນ 24ແຫ່ງ. ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ 6-10 ປີ ບັນລຸ 98,8% ທຽບໃສ່ແຜນ 5 ປີເພີ້ມຂື້ນ 2,6%. ອັດຕາຄ້າງຫ້ອງຍັງເຫຼືອ 8,3% ທຽບໃສ່ແຜນ 5 ປີ ລຸດລົງ 7,7% ແລະ ອັດຕາປະລະການຮຽນຍັງເຫຼືອ 6,3% ທຽບໃສ່ແຜນ 5 ປີ ລຸດລົງ 4%.
- ໂຮງຮຽນມັດທະຍົມ 129 ແຫ່ງ, ທຽບໃສ່ແຜນ 5 ປີ ເພີ້ມຂື້ນ 38 ແຫ່ງ, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນ 67% ທຽບໃສ່ແຜນ 5 ປີເພີ້ມຂື້ນ 14% ແລະ ອັດຕາເຂົ້າຮຽນຊັ້ນມັດທະຍົມຕອນປາຍ 36,9% ທຽບໃສ່ແຜນ 5 ປີເພີ້ມຂື້ນ 7,6%.
- ການສຶກສານອກໂຮງຮຽນມີຜູ້ຮຽນຈົບປະຖົມບຳລຸງທັງໝົດ 38.959 ຄົນ, ຍິງ 18.448 ຄົນ, ປະຊາກອນຢູ່ໃນເກນອາຍຸ15-40 ປີ ຮູ້ອ່ານ-ຮູ້ຂຽນໜັງສື 99,01% ເປັນແຂວງທີ່ຮຽນຈົບຊັ້ນປະຖົມບຳລຸງ ແລະ ເມືອງຈົບມັດທະຍົມບຳລຸງ 1 ເມືອງຄື: ເມືອງໜອງບົກ;.
- ເຂົ້າຮ່ວມງານແຂ່ງຂັນກິລາແຫ່ງຊາດຄັ້ງທີ IX ທີ່ແຂວງຫຼວງພະບາງໄດ້ອັນດັບທີ່ 10 ໃນ 20 ຄະນະ, ເປັນເຈົ້າພາບຈັດການແຂ່ງຂັນກິລາເປຕັງທົ່ວປະເທດຊີງຂັນປະທານສະພາແຫ່ງຊາດຄັ້ງທີ3, ເຂົ້າຮ່ວມງານກິລານັກຮຽນທົ່ວປະເທດຄັ້ງທີV ທີ່ແຂວງຈຳປາສັກໄດ້ອັນດັບທີ 6 ຂອງ 17 ແຂວງ ແລະ ເຂົ້າຮ່ວມງານກິລາແຫ່ງຊາດຄັ້ງທີ X ທີ່ແຂວງອຸດົມໄຊ, ໄດ້ອັນດັບທີ່ 12 ໃນ 25 ຄະນະ ແລະ ສາມາດຊີງໄຊໄດ້ຫຼຽນຄໍາ ກິລາເຕະບານຢ່າງສົມກຽດ;.
3.1.ວຽກງານສາທາລະນະສຸກ:
ໂຮງໝໍແຂວງ 1 ແຫ່ງ, ໂຮງໝໍເມືອງ9 ແຫ່ງ ແລະ ສຸກສາລາ 81 ແຫ່ງ, ກອງທຶນໝູນວຽນຢາ 9 ເມືອງ, ຕູ້ຢາປະຈຳບ້ານ269 ຕູ້, ຫ້ອງກວດພະຍາດເອກະຊົນ 47 ແຫ່ງ, ຮ້ານຂາຍຢາເອກະຊົນ 148 ຮ້ານ, ມີອາສາສະໝັກບ້ານ636 ຄົນ, ໝໍຕຳແຍ 423 ຄົນ ແລະ ໝໍຢາພື້ນເມືອງ 39 ຄົນ;.
ຈຳນວນບ້ານໄດ້ໃຊ້ນໍ້າສະອາດ 482 ບ້ານກວມ83,10% , ປະຊາຊົນໄດ້ຊົມໃຊ້ນໍ້າສະອາດ 318.094 ຄົນ, ກວມ85,61% ແລະ ຄອບຄົວໃຊ້ວິດຖ່າຍ 43.436 ຄອບຄົວ,ກວມ56,33 % ໂຮງຮຽນມີວິດຖ່າຍ ກວມ 66,72%, ໂຮງຮຽນມີນໍ້າສະອາດໃຊ້ ກວມ 68,69%, ສຸກສາລາມີນໍ້າສະອາດ ແລະ ວິດຖ່າຍໃຊ້ ກວມ 91,35%, ບ້ານສາທາລະນະສຸກແບບຢ່າງມີ 432 ບ້ານ, ກວມ 74,22% ແລະ ອາຍຸຍືນສະເລ່ຍຂອງປະຊາຊົນ 65 ປີ.
3.2 ວຽກງານຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ:
ແຂວງຄໍາມ່ວນ ມີສະຖານນີວິທະຍຸກະຈາຍສຽງ 4 ແຫ່ງ, ຄວບຄຸມເນື້ອທີ່ 85% ຂອງພື້ນທີ່ແຂວງ, ສະຖານີໂທລະພາບ 1 ແຫ່ງ, ລົງເຄື່ອນໄຫວເອົາຂ່າວທັງ ວິທະຍຸ ແລະ ໂທລະພາບ 6.550 ຄັ້ງ,ຂຽນຂ່າວໄດ້ 6.717 ຂ່າວ, ສົ່ງຂ່າວໃຫ້ສູນກາງ 1.643 ຂ່າວ ແລະ 215 ບົດ.
ສ້າງຄອບຄົວວັດທະນະທຳ ແລະ ບ້ານວັດ ທະນະທຳ 423 ບ້ານເກີນຄາດໝາຍທີ່ວາງໄວ້, ປົກປັກຮັກສາບູຮານສະຖານຫຼາຍແຫ່ງທີ່ສຳຄັນຄືນໃໝ່ ແລະ ສຳເລັດການກໍ່ສ້າງຫໍໄຫວ້ຂອງປະທານໂຮຈີມິນຢູ່ບ້ານຊຽງຫວາງ ເມືອງໜອງບົກ.
ແຂວງຄຳມ່ວນມີສະຖານທີທອ່ງທ່ຽວ198 ແຫ່ງໃນນັ້ນ: ທ່ອງທ່ຽວທໍາມະຊາດ 139 ແຫ່ງ, ທ່ອງທ່ຽວວັດທະນະທໍາ 30 ແຫ່ງ ແລະ ທ່ອງທ່ຽວປະຫັວດສາດ 29 ແຫ່ງ, ມີໂຮງແຮມ 18 ແຫ່ງ, ບ້ານພັກ 74 ແຫ່ງ,ລີສອດ 5 ແຫ່ງ, ຮ້ານອາຫານ 84 ແຫ່ງ ແລະ ຮ້ານກິນດື່ມ 100 ແຫ່ງ, ໄລຍະ5 ປີ ຜ່ານມາມີນັກທ່ອງທ່ຽວ 1.610.119 ເທື່ອຄົນ,ສ້າງລາຍຮັບໄດ້ປະມານ 729,58ຕື້ກີບ;.
3.3 ວຽກງານແຮງງານ ແລະ ສະຫວັດດີການສັງຄົມ:
ປະຕິບັດນະໂຍບາຍຂອງພັກ-ລັດຖະບານ, ຂື້ນທະບຽນຜູ້ສະໝັກງານໄດ້ 800 ຄົນ, ຍິງ 157 ຄົນ, ແຮງງານຕ່າງປະເທດ 55 ຫົວໜ່ວຍ ຈຳນວນ 290 ຄົນ, ຂື້ນບັນຊີແຮງງານຕ່າງປະເທດບໍ່ຖືກກົດໝາຍ 1.399 ຄົນ, ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານຕໍ່ການປະຕິວັດ, ພະນັກງານບຳນານໄດ້ 599 ຄົນ, ຍິງ 181 ຄົນເປັນເງີນ 11,9 ຕື້ກີບ, ຊ່ວຍເຫຼືອຜູ້ປະສົບໄພພິບັດ ມູນຄ່າ 4,44 ຕື້ກີບ ແລະ ຈັດສົ່ງອັດຖິອາສາສະໝັກ ແລະ ຊ່ຽນຊານຫວຽດນາມກັບປະເທດ 192 ອັດຖິ, ອອກບັດປະກັນສຸຂະພາບຊົ່ວຄາວຈຳນວນ 21.998 ຄົນ ແລະ ແບບຖາວອນ 2.577 ຄົນ.
3.4 ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ:
ປະຕິບັດຍຸດທະສາດ ການພັດທະນາວິທະຍາສາດ-ເຕັກໂນໂລຊີ, ສາມາດສະກັດກັ້ນການຈໍາໜ່າຍສິນຄ້າປອມແປງ ແລະ ໝົດອາຍຸການຈຳນວນ 26 ລາຍການ, ກວດກາການລະເມີດເຄື່ອງໝາຍການຄ້າເຄື່ອງໄຟຟ້າເຊັບທີຄັດ 2 ຄັ້ງ, ຈຳນວນ 71 ໜ່ວຍມີມູນຄ່າ52,8 ລ້ານກີບ, ກວດກາຊິງຊັ່ງຕາມທ້ອງຕະຫຼາດ-ລົດບັນທຸກ 875 ໜ່ວຍ,ກວດຫົວຈ່າຍນ້ຳມັນເຊື້ອໄຟ 1.038 ຫົວຈ່າຍ ແລະ ກົງເຕີ້ໄຟຟ້າ 2.774 ໜ່ວຍ.
3.5 ວຽກງານຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ:
ຈັດສັນທີ່ດິນ, ມອບດິນ-ມອບປ່າ ໃຫ້ປະຊາຊົນຄຸ້ມຄອງ-ນຳໃຊ້ໄດ້ 38 ບ້ານ, ຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການຕ່າງໆ232 ຄອບຄົວ, ມູນຄ່າ 22,19 ຕື້ກີບ, ອອກໃບຕາດິນ 2.322 ຕອນ, ຕັ້ງຖານຂໍ້ມູນເນື້ອທີ່ດິນໃນລະບົບຄອມພິວເຕີ້ 36.420 ຕອນ;.
- ປ່າສະຫງວນແຫ່ງຊາດ 3 ແຫ່ງ, ເນື້ອທີ່ 577.000 ຮຕໃນນັ້ນ: ປ່າສະຫງວນພູຫີນປູນ 150 ພັນຮຕ, ປ່າສະຫງວນພູຫີນໝາມໜໍ່ 82 ພັນຮຕ, ປ່າສະຫງວນນ້ຳເທີນ-ນາກາຍ 345 ພັນຮຕ ແລະ ປ່າສະຫງວນຂອງແຂວງ 4 ແຫ່ງ, ມີເນື້ອທີ່ 84.868 ຮຕ,ປ່າສະຫງວນຂອງເມືອງ 12 ແຫ່ງ, ມີເນື້ີອທີ່ 837,40 ຮຕ, ປ່າປ້ອງກັນ 2 ແຫ່ງ, ມີເນື້ອທີ່ 52.783 ຮຕ, ເນື້ອທີ່ປົກຫຸ້ມຂອງປ່າໄມ້ກວມ 49% ຂອງເນື້ອທີ່ທົ່ວແຂວງ.
3.6 ວຽກງານການຕ່າງປະເທດ:
ການພົວພັນ-ຮ່ວມມືກັບຕ່າງປະເທດເພື່ອສົ່ງເສີມການລົງທຶນໂດຍສະເພາະແມ່ນບັນດາປະເທດ ເພື່ອນມິດ ສສ ຫວຽດນາມ, ສປ ຈີນ ແລະ ປະເທດ ອື່ນໆໃນພາກພື້ນ;.
- ອອກວີຊ່າໃຫ້ຄົນຕ່າງປະເທດເຂົ້າທ່ອງທ່ຽວ 6.640 ເທື່ອຄົນ, ເກັບຄ່າທຳນຽມ ແລະ ບໍລີການຈຳນວນ 187.903$ ສຳເລັດການປັກຫຼັກໝາຍຊາຍແດນລາວ-ຫວຽດນາມ ( ເຂດແຂວງຄຳມ່ວນກັບ ແຂວງກວາງບິ່ງ ແລະ ຮ່າຕິ່ງ ) ມີຈຳນວນ 81 ຫຼັກໝາຍ, ຈັດຕັ້ງປະຕິບັດບັນດາສັຍຍາ, ສົນທິສັນຍາລະຫວ່າງປະເທດ ແລະ ບົດບັນທຶກກອງປະຊຸມຮັກສາຄວາມສະຫງົບຕາມຊາຍແດນ ລະຫວ່າງ ລາວ ແລະ ໄທເປັນຢ່າງດີ;.
- ຮ່ວມມືກັບອົງການ NGOs ຈຳນວນ 12 ອົງການ ຈັດຕັ້ງປະຕິບັດ 26 ໂຄງການ ມີຈຳນວນເງີນ 20,53 ລ້ານໂດລາສະຫະລັດ ເພື່ອການພັດທະນາແຂວງ;.
3.7 ວຽກງານພັດທະນາຊົນະບົດ ແລະ ລືບລ້າງຄວາມທຸກຍາກ:
ການກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 03 ສ້າງ, ຕາມຄຳສັ່ງແນະນຳເລກທີ 03/ກມສພ, ລົງວັນທີ່ 30 ພຶດສະພາ 2011, ການຈັດສັນບ້ານນ້ອຍໃຫ້ເປັນບ້ານໃຫຍ່, ການກຳນົດຈຸດສຸມພັດທະນາໄດ້ຮັບການຈັດຕັ້ງປະຕີບັດຢ່າງຕໍ່ເນື່ອງ, ການຈັດສັນບ້ານຈາກ 592 ບ້ານໃນປີ 2011ເປັນ 582ບ້ານ, ມີ 13 ຈຸດສຸມ, ສາຄອບຄົວທຸກຍາກກວມ 1,53% ເທົ່າກັບ 1.151 ຄອບຄົວ ແລະ ບ້ານທຸກຍາກກວມ 2,06% ເທົ່າກັບ 12 ບ້ານ ,ສ້າງຄອບຄົວພັດທະນາໄດ້ 66.110 ຄອບຄົວ ເທົ່າກັບ 87,7%, ບ້ານພັດທະນາ 354 ບ້ານ ເທົ່າກັບ 60,8% ຂອງຈຳນວນບ້ານທົ່ວແຂວງ, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍຢູ່ຊົນນະບົດໄດ້ 01 ບ້ານ ແລະ ລືບລ້າງເມືອງນາກາຍເປັນເມືອງພົ້ນທຸກ ແລະສາມາດເກັບກູ້ລະເບີດບໍ່ທັນແຕກອອກຈາກເຂດພັດທະນາໄດ້ 347,18 ຮຕ ມີຈຳນວນ 2.633 ລູກ;.
ການຈັດຕັ້ງປະຕິບັດວຽກງານ 03 ສ້າງຢູ່ 03 ເມືອງ 07 ບ້ານເປັນການທົດລອງ, ກ່ອນອື່ນແມ່ນຍົກສູງຄວາມສາມາດນຳພາຂອງອົງຄະນະພັກ-ອົງການປົກຄອງເມືອງ ແລະ ຮາກຖານພັກ-ອົງການປົກຄອງບ້ານໄດ້ສົ່ງພະນັກງານຫຼັກແຫຼ່ງເຂົ້າໃສ່ຕຳແໜ່ງງານ ແລະ ຄວາມຮູ້ຄວາມສາມາດ;..
3.8 ວຽກງານພາຍໃນ:
ຄຸ້ມຄອງລັດຖະກອນ ທົ່ວແຂວງມີ 9.209 ຄົນ,ຍິງ 4.340 ຄົນ, ປະລີນຍາເອກ 4 ຄົນ, ປະລີນຍາໂທ 100 ຄົນຍິງ 13 ຄົນ, ປະລິນຍາຕີ 1.968 ຄົນຍິງ 419 ຄົນ, ຊັ້ນສູງ 3.187 ຄົນຍິງ 590 ຄົນ, ຊັ້ນກາງ 3.078 ຄົນຍິງ 632 ຄົນ, ຊັ້ນຕົ້ນ 844 ຄົນຍິງ 321 ຄົນ ແລະບໍ່ມີຊັ້ນ 29 ຄົນຍິງ 08 ຄົນ,ລະດັບທິດສະດີການເມືອງແຕ່ຊັ້ນຕົ້ນ-ປະລິນຍາເອກ ຈຳນວນ 4.815 ຄົນ, ຍິງ 1.987 ຄົນ.
ດ້ານຊົນເຜົ່າມີ 9 ຊົນເຜົ່າ, 3 ໝວດພາສາຄື: ໝວດພາສາລາວ-ໄຕ, ມີ 4 ຊົນເຜົ່າ(ເຜົ່າລາວ, ຜູ້ໄທ, ໄຕ ແລະ ເຜົ່າແສກ), ໝວດພາສາມອນຂະແມມີ 4 ເຜົ່າ (ເຜົ່າມະກຼອງ, ກຣີ, ຕຣີ ແລະ ເຜົ່າ ງ້ວນ), ໝວດພາສາມົ້ງ-ອີ້ວມ້ຽນ ມີ 1 ຊົນເຜົ່າ (ເຜົ່າມົ້ງ).
1. ຈຸດດີ:
- ຄະນະພັກທຸກຂັ້ນໄດ້ເອົາໃຈໃສ່ຊີ້ນຳ-ນຳພາໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຢ່າງເປັນເຈົ້າການຈິ່ງໄດ້ຮັບຜົນສຳເລັດເປັນຢ່າງດີ.
- ພື້ນຖານໂຄງລ່າງທາງດ້ານເສດຖະກິດໄດ້ຮັບການປັບປຸງ ກໍ່ສ້າງ, ການຜະລິດຂະຫຽາຍຕົວ, ໂຄງປະກອບເສດຖະກິດໄດ້ຫັນປ່ຽນໄປຕາມທ່າແຮງດ້ານເສດຖະກິດຂອງແຂວງ ແລະ ເສດຖະກິດແຫ່ງຊາດ;.
- ການຜະລິດເປັນສີນຄ້າຂອງປະຊາຊົນ ເປັນຂະບວນ ສາມາດຕອບສະໜອງສະບຽງອາຫານໃຫ້ສັງຄົມຢ່າງພຽງພໍເປັນຕົ້ນແມ່ນການລ້ຽງສັດ, ການປູກພຶດ ແລະ ປູກຕົ້ນໄມ້ອຸດສະຫະກຳ;.
- ກົນໄກການຄຸ້ມຄອງ, ບໍລີຫານໄດ້ແບ່ງ ຄວາມຮັບຜິດຊອບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ການລົງທຶນຂອງລັດ-ເອກະຊົນລະຫວ່າງແຂວງ ແລະ ເມືອງ, ການພັດທະນາເສດຖະກິດ-ສັງຄົມຕິດພັນ ກັບການປົກປັກຮັກສາສິ່ງແວດລ້ອມ ຕາມທິດຍືນຍົງ;.
- ການພົວພັນ ຮ່ວມມືກັບບັນດາປະເທດເພື່ອນມິດ ສສ ຫວຽດນາມແລະ ສປ ຈີນ ແລະ ບັນດາປະເທດໃນພາກພື້ນ ແລະ ສາກົນ, ດຶງດູດເອົາການລົງທຶນ ແລະ ການຊ່ວຍເຫຼືອເພື່ອການພັດທະນາແຂວງ ໄດ້ຂະຫຽາຍຕົວຢ່າງຕໍ່ເນື່ອງ;.
2. ຈຸດອ່ອນ ແລະ ຂໍ້ຄົງຄ້າງ:
- ການພັດທະນາເສດຖະກິດມີການຂະຫຍາຍຕົວ ສ່ວນຫລາຍຢູ່ ເຂດທົ່ງພຽງ, ສຳລັບເຂດພູດອຍຫ່າງໄກສອກຫຼີກຍັງຊັກຊ້າ ແລະ ການຜະລິດອາໃສແຕ່ທຳມະຊາດ, ການພັດທະນາກັບການປົກປັກຮັກສາສິ່ງແວດລ້ອມຍັງມີບາງດ້ານບໍ່ທັນກົມກຽວ;..
- ການຄຸ້ມຄອງແຫຼ່ງລາຍຮັບງົບປະມານຍັງບໍ່ທັນລວມສູນ ແລະ ສົມຄູ່ກັບທ່າແຮງທີ່ເຮົາມີ, ການຄຸ້ມຄອງລາຍຈ່າຍງົບປະມານໃນບາງຂົງເຂດບໍໄປຕາມຕາມລະບຽບກົດໝາຍ;.
- ການລະດົມແຫຼ່ງທຶນພາກເອກະຊົນ ແລະ ຫົວໜ່ວຍທຸລະກິດຕ່າງໆໆເຂົ້າໃສ່ການພັດທະນາຍັງຈຳກັດ, ການລົງທຶນສ່ວນຫຼາຍເລັ່ງໃສ່ການຂຸດຄົ້ນຊັບພະຍາກອນທຳມະຊາດ ບໍ່ໄດ້ຜ່ານການປຸງແຕ່ງ ເພື່ອສົ່ງອອກ;..
- ການພັດທະນາຊັບພະຍາກອນມະນຸດບໍ່ທັນຕິດແໜ້ນກັບຄວາມຮຽກຮ້ອງຕ້ອງການຂອງຕ່ຳແໜ່ງງານທີ່ກຳນົດໄວ້, ການພັດທະນາ ບາງຂະແໜງການຍັງບໍ່ທັນເບີ່ງກ້ວາວງມອງໄກ, ບໍ່ສາມາດຮັບຮູ້ຂໍ້ມູນຂ່າວສານ ແລະ ນຳເອົາເຕັກໂນໂລຊີ ທີ່ທັນສະໃໝມານຳໃຊ້;..
3. ບົດຮຽນທີ່ຖອດຖອນໄດ້:
- ຄະນະພັກ-ອົງການປົກຄອງທຸກຂັ້ນ, ຕ້ອງເປັນເຈົ້າການຊີ້ນຳ-ນຳພາ, ເປັນເຈົ້າການ ແຜນການກຳນົດ, ທ່າແຮງເພື່ອພັດທະນາໃຫ້ຖືກຕ້ອງ ແລະ ນຳພາປະຕິບັດໃຫ້ມີຜົນສຳເລັດ;..
- ການວາງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແຜນນະໂຍບາຍທີ່ພັກ ແລະ ລັດຖະບານວາງອອກ ໃນແຕ່ລະໄລຍະ, ການວາງແຜນພັດທະນາຕ້ອງໄປຕາມຂັ້ນຕອນ, ການກໍານົດຈຸດສຸມພັດທະນາໃຫ້ຖືກກັບທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ ແລະ ຕ້ອງບັນຈຸພະນັກງານຜູ້ມີຄວາມຮູ້-ຄວາມສາມາດ, ປະສົບການ ແລະ ການລົງທືນຕ້ອງມີຈຸດສຸມ;.
- ລະດົມທຸກພາກສ່ວນເສດຖະກິດໃຫ້ມີສ່ວນຮ່ວມໃນການພັດທະນາ ໂດຍຖືເອົາເສດຖະກິດຂອງລັດນຳໜ້າພາທາງ;.
- ການຄຸ້ມຄອງ, ຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບລາຍງານ ແມ່ນມາດຕະການຈັດຕັ້ງປະຕິບັດທີ່ມີປະສິດທິຜົນ;..