ກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກຮາກຖານຫ້ອງວ່າການແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 04 ສິງຫາ 2020 ໂດຍການເປັນປະທານຂອງສະຫາຍ ວົງເພັດ ຈິດປັນຍາ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານຫ້ອງວ່າການແຂວງ, ເປັນກຽດເຂົ້າຮ່ວມມີ ສະຫາຍ ໂອໄດ ສຸດາພອນ ກໍາມະການສູນກາງພັກ, ເລຂາພັກແຂວງຄໍາມ່ວນ, ມີບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກອ້ອມຂ້າງ ຕະຫຼອດເຖິງສະມາຊິກສົມບູນພາຍໃນຮາກຖານເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ວົງເພັດ ຈິດປັນຍາ ໄດ້ກ່າວໄຂກອງປະຊຸມ ພ້ອມທັງຜ່ານຮ່າງລາຍງານການເມືອງ,


ຕີລາຄາການຊີ້ນຳ-ນຳພາຂອງຄະນະພັກຮາກຖານ ໃນໄລຍະ 5 ປີທີ່ຜ່ານມາ. ຄະນະພັກຮາກຖານຫ້ອງວ່າການແຂວງຄຳມ່ວນ ປະກອບມີ 5 ໜ່ວຍພັກທີ່ຂຶ້ນກັບຄື: ໜ່ວຍພັກຄົ້ນຄວ້າ-ສັງລວມ, ໜ່ວຍພັກຄຸ້ມຄອງບໍລິຫານ, ໜ່ວຍພັກຄະນະຮັບຜິດຊອບອະນຸສາວະລີ-ອະນຸສອນສະຖານ, ໜ່ວຍພັກຫ້ອງການ ປກຊ-ປກສ ແລະ ໜ່ວຍພັກຫ້ອງການກໍ່ສ້າງຮາກຖານການເມືອງ, ມີສະມາຊິກທັງໝົດ 67 ສະຫາຍ. ພ້ອມດຽວກັນກອງປະຊຸມຍັງໄດ້ຕີລາຄາໃຫ້ເຫັນບາງບັນຫາດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ພ້ອມທັງວາງທິດທາງໜ້າທີ່ຕົ້ນຕໍໃນ 5 ປີຕໍ່ໜ້າ. ພ້ອມທັງຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກຮາກຖານ ພ້ອມທັງດຳເນີນການປ່ອນບັດ ເລືອກເອົາຄະນະພັກຮາກຖານຫ້ອງວ່າການ ຊຸດໃໝ່ ເຊິ່ງກອງປະຊຸມໄດ້ເຫັນດີເປັນເອກະພາບເລືອກເອົາສະຫາຍ ວົງເພັດ ຈິດປັນຍາ ເປັນເລຂາຄະນະພັກຮາກຖານ, ສະຫາຍ ບຸນຍົງ ແກ້ວມະນີ ເປັນຮອງເລຂາ ທັງເປັນປະທານກວດກາ, ສະຫາຍ ຄຳພູວົງ ຫອມມະນີ, ສະຫາຍ ພາກອນ ແກ້ວມະນີ ແລະ ສະຫາຍ ສຸພາພອນ ເພັດອຸດົມ ເປັນຄະນະພັກຮາກຖານຫ້ອງວ່າການແຂວງ ຊຸດໃໝ່.

ໂອກາດດຽວກັນ ຍັງໄດ້ຮັບຟັງການໂອ້ລົມ ໃຫ້ທິດຊີ້ນຳຈາກ ສະຫາຍ ໂອໄດ ສຸດາພອນ ກຳມະການສູນກາງພັກ, ເລຂາພັກແຂວງຄຳມ່ວນ ເຊິ່ງໄດ້ເນັ້ນໜັກຫຼາຍບັນຫາທີ່ສຳຄັນ ເປັນຕົ້ນແມ່ນ: ໄດ້ຮຽກຮ້ອງໃຫ້ບັນດາສະຫາຍຄະນະພັກຮາກຖານຊຸດໃໝ່ ຈົ່ງໄດ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ, ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ໃຫ້ແກ່ຖັນແຖວສະມາຊິກພັກ ພະນັກງານ, ກໍ່ສ້າງປັບປຸງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ຕ້ານແນວຄິດຫຼາຍພັກ, ຫຼາຍເຄົ້າ ທີ່ເປັນການແບ່ງແຍກຄວາມສາມັກຄີ , ສືບຕໍ່ປັບປຸງການຈັດຕັ້ງພັກ ຕາມ 5 ຫຼັກການ 3 ທິດນໍາ, ເອົາໃຈໃສ່ດ້ານແບບແຜນການນໍາພາ ບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະໄຕ, ປຶກສາຫາລື ຕົກລົງວຽກງານເປັນໝູ່ຄະນະ, ເປັນເຈົ້າການປັບປຸງວຽກງານອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມສຳນັກງານ ອົງການໃຫ້ມີຄວາມປອດໄພ.

