ຂະບວນແຮ່ຮູບຫລໍ່ພຣະເຈົ້າໄຊຍະເຊດຖາທິຣາດ ພ້ອມດ້ວຍຊ້າງ ແລະ ພຣະພຸດທະຮູບ ໄດ້ມາຮອດແຂວງຄຳມ່ວນໃນຕອນບ່າຍຂອງວັນທີ 28 ກໍລະກົດ 2020 ໂດຍມີການນຳພັກ - ລັດ ນໍາໂດຍ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆ ຄຳມ່ວນ, ທ່ານ ພົມມາ ຈັນທະລັງສີ ຫົວໜ້າຄະນະຈັດຕັ້ງແຂວງ, ມີ ທ່ານ ຈັນ ບຸບຜາລີວັນ ປະທານແນວລາວສ້າງຊາດແຂວງ, ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງໆ ທ່າແຂກ ພ້ອມດ້ວຍຄະນະ ແລະ ມວນຊົນລາວບັນດາເຜົ່າຊາວເມືອງທ່າແຂກເຂົ້າຮ່ວມຕ້ອນຮັບຢ່າງເປັນຂະບວນຄຶກຄື້ນ. ຂະບວນຮູບຫລໍ່ພຣະເຈົ້າໄຊຍະເຊດຖາທິຣາດໄດ້ເດີນທາງມາຈາກນະຄອນ


ຫລວງວຽງຈັນແຕ່ວັນທີ 27 ກໍລະກົດ ມື້ວານນີ້ໄດ້ພັກແຮມທີແຂວງບໍລິຄຳໄຊ ແລະ ມື້ນີ້ຈະໄດພັກແຮມທີ່ເມືອງທ່າແຂກ ເຊິ່ງຈະໄດ້ມີການຄົບງັນຕາມປະເພນີຢູ່ທີ່ເດີ່ນຫ້ອງວ່າການປົກຄອງເມືອງທ່າແຂກ, ຈະມີພິທີສູດປະລິມຸງຄຸນ, ນຸ່ງຂາວ, ຮົ່ມຂາວ ໄຫວ້ພຣະສູດມົນ ແລະ ໃນຕອນເຊົ້າຂອງວັນທີ 29 ກໍລະກົດ ຈະໄດ້ມີການໃສ່ບາດຫລັງຈາກນັ້ນຈະໄດ້ເຄື່ອນຂະບວນດັ່ງກ່າວໄປແຂວງສະຫວັນະເຂດ. ຕາມແຜນຂະບວນເຄື່ອນຍ້າຍຈະໄປຮອດຈຸດໝາຍປາຍທາງທີ່ແຂວງອັດຕະປື ໃນວັນທີ 31 ກໍລະກົດ 2020 ເພື່ອຈັດພິທີສະຫຼອງ ແລະ ອັງເຊີນຂື້ນປະດິດສະຖານເທິງພຣະແທ່ນອະນຸສາວະລີ ແຂວງອັດຕະປືຢ່າງເປັນທາງການ.

