ທິດທາງຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຄຳມ່ວນ ຮອດປີ 2020
I. ສະພາບແວດລ້ອມທີ່ອຳນວຍ ແລະສິ່ງທ້າທາຍ.
- ແຂວງຄຳມ່ວນຕັ້ງຢູ່ຈຸດໃຈກາງຂອງປະເທດມີເສັ້ນທາງຫລວງແຫ່ງຊາດເລກທີ່ 13, ເລກທີ່ 12 ຜ່ານ ແຕ່ເໜືອ-ເຖິງໃຕ້, ມີໄລຍະທາງສັ້ນກວ່າໜູ່ຂອງປະເທດ ຈາກຊາຍແດນແຫ່ງຊາດຕາເວັນຕົກແຫ່ງລາຊອາຈັກໄທ-ຕາເວັນອອກຊາຍແດນ ແຫ່ງຊາດ ສສ ຫວຽດນາມ 150 ກມ ແລະ ລົງເຖີງທ່າເຮືອວູ້ງອ່າງ ສສ ຫວຽດນາມ ປະມານ 300 ກມ, ເຊື່ອມຕໍ່ເສັ້ນທາງຂົນສົ່ງສີນຄ້າກັບບັນດາປະເທດໃນອານຸພາກພື້ນ, ພາກພື້ນ ແລະ ປະເທດທີ່ ສາມ;..
1. ທ່າແຮງບົ້ມຊ້ອນຂອງແຂວງ.
1.1.ທ່າແຮງທາງດ້ານກະສິກຳ-ປ່າໄມ້:
1.1.ທ່າແຮງທາງດ້ານກະສິກຳ-ປ່າໄມ້:
- ປີ 2014 ແຂວງມີເນື້ອທີ່ປູກເຂົ້າທັງໜົດ 80.180 ຮຕ. ມີລະບົບຊົນລະປະທານໃຊ້ໄດ້ 163 ແຫ່ງ, ສະໜອງນ້ຳໄດ້ 12.250 ຮຕ,(ມີລະບົບຊົນລະປະທານນ້ຳໄຫຼເຂົ້າເອງປະຕູນ້ຳປ່ອງທີ່ 3 ຫົດເນື້ອທີ່ໄດ້ 2.700 ຮຕ ແລະ ສາມາດຂະຫຍາຍຕື່ມໄດ້ເຖິງ 30.000 ຮຕ).ປະຈຸບັນເນື້ອທີ່ປ່າໄມ້ປົກຫຸ່ມ ກວມ 49%, ມີປ່າສະຫງວນແຫ່ງຊາດ 3 ແຫ່ງ, ເນື້ອທີ່ 577.000 ຮຕ ແລະ ເນື້ອທີ່ປ່າຜະລິດ 282.000 ຮຕ.
1.2.ທ່າແຮງທາງດ້ານພະລັງງານ-ບໍ່ແຮ່:
- ມີແຮ່ທາດຫຼາຍຊະນິດເຊັ່ນ: ຫີນປູນມີເນື້ອທີ່ກວມ 150.000 ຮຕ, ບໍ່ກົ່ວກວມ 11.500 ຮຕ, ເກືອກາລີກວມ 10.000 ຮຕ , ຫີນກາວມີປະລິມານຫຼາຍກວ່າ 10 ລ້ານໂຕນ ແລະ ແຮ່ທາດຕ່າງໆໆ, ນ້ຳເທີນ 2 ສ້າງໂຮງານຜະລິດໄຟຟ້າສຳເລັດແລ້ວ 1.080 MW, ນ້ຳເທີນ-ຫີນບູນສ້າງສຳເລັດແລ້ວ 500 MW ແລະ ນ້ຳຫີນບູນ 30 MW (ບ້ານທົ່ງລົມ) ພວມກໍ່ສ້າງຄາດຄະເນ ທ້າຍປີ 2016 ໃຫ້ສຳເລັດ.
1.3. ທ່າແຮງດ້ານການບໍລິການ-ທາງຜ່ານ:
- ແຂວງຄຳມ່ວນມີດ່ານສາກົນ 2 ແຫ່ງ,( ດ່ານສາກົນຂົວມິດຕະພາບ 3 ແລະ ດ່ານສາກົນນາເພົ້າ-ຈໍຫຼໍ ) ເປັນປະຕູເຂົ້າ-ອອກລະຫວ່າງປະເທດຂອງຜູ້ໂດຍສານ, ພາຫະນະ, ສີນຄ້າ ແລະ ການທອ່ງທ່ຽວ, ແຂວງໄດ້ກຳນົດເຂດພັດທະນາພິເສດເສດຖະກິດ ຢູ່ 2 ຈຸດຄື: ເຂດເສດຖະກິດສະເພາະທ່າແຂກ (ເນື້ອທີ່ 1.035 ຮຕ), ເຂດເສດຖະກິດພູຂຽວນະຄອນ (ເນື້ອທີ່ 4.500 ຮຕ) ແລະ ເຂດເສດຖະກິດການຄ້າຊາຍແດນລັງຄັງ (ມີເນື້ອທີ່ 500 ຮຕ ເພື່ອສົ່ງເສີມການຄ້າ, ການລົງທືນພາຍໃນ ແລະ ຕ່າງປະເທດ;
.2. ສີ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກ.
- ການກໍ່ສ້າງພື້ນຖານໂຄງລ່າງເສັ້ນທາງ ຍັງມີບາງເຂດບໍ່ທົ່ວເຖິງໂດຍສະເພາະແມ່ນເຂດພູດອຍຫ່າງໄກສອກຫຼີກ, ເສັ້ນທາງຫລວງແຫ່ງຊາດຍັງບໍທັນໄດ້ມາດຖານສາກົນ(ມາດຖານຮັບນຳ້ໜັກ ແລະ ຊ່ອງຈາລະຈອນແຄບ);.- ການພັດທະນາຊັບພະຍາກອນມະນຸດໃຫ້ໄດ້ທາງດ້ານປະລີມານ ແລະ ຄຸນນະພາບເພື່ອຕອບສະຫນອງໃຫ້ແກ່ການພັດທະນາ ແມ່ນມີຄວາມຈຳເປັນ;.- ການຄຸ້ມຄອງເກັບລາຍຮັບເຂົ້າງົບປະມານຍັງບໍທັນຄົບຖ້ວນຕາມລະບຽບກົດໝາຍ, ການລົງທືນກໍ່ສ້າງໂຄງການຂອງລັດ ແລະ ການຊຳລະສະສາງໂຄງການລົງທຶນຍັງມີຈຳກັດ ແລະ ເກີດມີໜີ້ສິນຄຸມເຄືອ;..- ການວາງແຜນສໍາຫຼວດ-ຈັດສັນຊັບພະຍາກອນທຳມະຊາດເຊັ່ນ: ການຈັດສັນເນື້ອທີ່ດິນ, ປ່າໄມ້, ແຫຼ່ງນ້ຳ,ບໍ່ແຮ່, ແລະ ເນື້ອທີ່ດີນອື່ນໆ ບໍ່ທັນຊັດເຈນເພື່ອກຳນົດແຜນນຳໃຊ້ໃນຕໍ່ໜ້າ;..- ການຜະລິດເປັນສິນຄ້າຍັງມີໜ້ອຍບໍ່ທັນຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດ, ການລະດົມແຫຼ່ງທຶນຈາກພາກສ່ວນເອກະຊົນພາຍໃນ ແລະ ຕ່າງປະເທດເຂົ້າມາພັດທະນາຍັງບໍ່ທັນຫຼາຍ. ຈາກຈຸດພິເສດກາລະໂອກາດ ແລະ ສີ່ງທະທ່າຍດັ່ງທີ່ກ່າວມາຂ້າງເທີງນັ້ນ ແຂວງຈຶ່ງໄດ້ກຳນົດເອົາ 03 ທ່າແຮງ ເພື່ອການວາງແຜນພັດທະນາເສດຖະກິດ-ສັງຄົມຄື:- ທ່າແຮງດ້ານການຜະລິດກະສິກຳ-ປ່າໄມ້;.- ທ່າແຮງດ້ານພະລັງງານ-ບໍ່ແຮ່;.- ທ່າແຮງດ້ານການບໍລິການ ແລະ ການທ່ອງທ່ຽວ;.
3.ຍຸດທະສາດຕົ້ນຕໍໃນການພັດທະນາແຕ່ປີ 2016-2030- 2025 ແລະ 2016-2020:
- ວິໄສທັດການພັດທະນາປີ 2030 ແຂວງ ຈະມີລາຍຮັບປານກາງສູງ, ລາຍຮັບສະເລ່ຍ 7.893 $/ຕໍ່/ຄົນ/ປີ;..- ປີ 2025 ລາຍຮັບສະເລ່ຍ 4.729$/ຕໍ່/ຄົນ/ປີ;.- ປີ 2020 ລາຍຮັບສະເລັ່ຍ 2.891$/ຄົນ/ປີ(ປະຊາກອນປະມານ 483.599ຄົນ) ສ້າງ“ແຂວງຄຳມ່ວນເປັນແຫຼ່ງສະບຽງອາຫານ, ເປັນສູນກາງການຄ້າ, ບໍລິການ ແແລະ ການທ່ອງທ່ຽວ ”ເພື່ອບັນລຸຄາດໝາຍດັ່ງກ່າວໄດ້ກຳນົດ 10 ຍຸດທະສາດ 32 ແຜນງານ, 127 ໂຄງການ ແລະ 1.173 ໂຄງການຍ່ອຍຄື:1. ໂຄງການຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ສະໜອງສະບຽງອາຫານໃຫ້ພຽງພໍເພື່ອປຸງແຕ່ງເປັນສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອ;.2. ຍຸດທະສາດການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ນຳໃຊ້ແບບຍືນຍົງ, ຮັບປະກັນໃຫ້ການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ສົມດູນ;.3. ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຍົກລະດັບຄວາມຮູ້ຄວາມສາມາດຂອງປະຊາຊົນ, ພະນັກງານລັດຖະກອນ, ໃຫ້ທຽບເທົ່າກັບສາກົນ;.4. ຍຸດທະສາດການພັດທະນາຊົນນະບົດ, ສ້າງຄອບຄົວ ແລະ ບ້ານພັດທະນາ, ສ້າງຈຸດສຸມໃຫ້ກາຍເປັນບ້ານໃຫຍ່ ແລະ ຕົວເມືອງນ້ອຍຢູ່ຊົນນະບົດ ແລະ ສ້າງເມືອງເມືອງພັດທະນາ;. 5. ຍຸດທະສາດການບໍລິການທາງຜ່ານ, ສົ່ງເສີມການຄ້າ ແລະ ການທ່ອງທ່ຽວ, ປັບປູງລະບົບການບໍລິການການຂົນສົ່ງ, ການອຳນວຍຄວາມສະດວກຄົນເຂົ້າ-ອອກເມືອງ ທັນສະໃໝ, ສ້າງເຂດການຄ້າຊາຍແດນ, ສ້າງພື້ນຖານການທ່ອງທ່ຽວພາຍໃນແລະ ເຊື່ອມຕໍ່ກັບປະເທດເພີ່ອນບ້ານ ແລະ ພັດທະນາພື້ນຖານການທ່ອງທ່ຽວ ແລະ ການບໍລິການໃຫ້ສາມາດແຂ່ງຂັນກັບອານຸພາກພື້ນ ແລະ ພາກພື້ນ;.6. ຍຸດທະສາດຫັນເປັນອຸດສະຫະກຳ ແລະ ທັນສະໃໝ, ສ້າງຄວາມຮັບຮູ້ຈິນຕະນາການໃໝ່ ທີ່ເປັນພື້ນຖານທາງ ດ້ານແນວຄິດ, ທິດສະດີ ແລະ ພືດຕິກຳຂອງປະຊາຊົນ, ພະນັກງານລັດຖະກອນ ສາມາດນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດ ແລະ ເຕັກໂນໂລຊີໃນຍຸກໂລກາພິວັດ;..7. ຍຸດທະສາດເພີ້ມຄວາມສັກສິດຂອງລະບົບການປົກຄອງ ປະຊາທິປະໄຕ ປະຊາຊົນ ແລະ ຄວາມສັກສິດ ການປະຕິບັດກົດໝາຍ, ສ້າງລັດເປັນລັດແຫ່ງກົດໝາຍ, ລະບົບການເມືອງ-ການປົກຄອງ ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.8. ຍຸດທະສາດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ເຊີດຊູຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ;.9. ຍຸດທະສາດສົ່ງເສີມບົດບາດຍິງ-ຊາຍ, ຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ, ຮັບປະກັນບົດບາດຍິງ-ຊາຍ ໃຫ້ມີຄວາມເທົ່າທຽມກັນ, ສ້າງກາລະໂອກາດໃຫ້ແມ່ຍິງໄດ້ເຂົ້າຮ່ວມທຸກຂະບວນການພັດທະນາ ແລະໃຫ້ຄວາມສຳຄັນຕໍ່ເດັກນ້ອຍໃນໄວຮຽນ;. 10. ຍຸດທະສາດເຊື່ອມໂຍງເສດຖະກິດກັບບັນດາປະເທດເພື່ອນມິດໄກ້ຄຽງ, ປະຊາຄົມອາຊຽນ ແລະ ສາກົນ, ເປີດກວ້າງການຮ່ວມມື, ຍາດແຍ່ງການຊ່ວຍເຫຼືອ ແລະ ການລົງທຶນຕ່າງຝ່າຍຕ່າງມີຜົນປະໂຫຽດ;.
ກ. ຄາດໝາຍດ້ານເສດຖະກິດມະຫາພາກ 2016-2020:
- ສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ ສະເລ່ຍບໍ່ຫຼຸດ 13% /ປີ, ລວມຍອດຜະລິດຕະພັນພາຍໃນ ປີ 2020 ໃຫ້ບັນລຸ 11.270,26 ຕື້ກີບ, ລາຍຮັບສະເລ່ຍ 2.891$/ຄົນ/ປີ, ຄາດຄະເນອັດຕາແລກປ່ຽນ 8.725 ກີບ/1$ ຄາດຄະເນພົນລະເມືອງ 446.771 ຄົນ ( ອັດຕາການຂະຫຍາຍຕົວ 2% ).
ຂ. ໂຄງປະກອບເສດຖະກິດ:
- ຂົງເຂດກະສິກຳ-ປ່າໄມ້ ກວມເອົາ21 %ຂອງ GDP.+ ຂົງເຂດອຸດສະຫະກຳກວມເອົາ42,70% ຂອງ GDP.+ ຂົງເຂດບໍລິການກວມເອົາ 36,30% ຂອງ GDP.- ຄາດຄະເນການລົງທຶນທັງໜົດໃຫ້ຢູ່ໃນລະດັບ 45-52% ຂອງ GDP ຫຼື ເທົ່າກັບ 6.604,79 ຕື້ກີບ,ໃນນັ້ນ: ການລົງທຶນຂອງລັດກວມ 2,31%, ການລົງທຶນຂອງເອກະຊົນພາຍໃນ-ຕ່າງປະເທດກວມ 39,71% ແລະການລົງທຶນຂອງທະນາຄານ-ປະຊາຊົນກວມ 9,98% ຂອງ GDP;.- ສູ້ຊົນເກັບລາຍຮັບເຂົ້າງົບປະມານ ສະເລ່ຍແຕ່ລະປີເພີ້ມຂຶ້ນ 25,60%, ປີ 2020 ຈະບັນລຸ 4.918,96 ຕື້ກີບ(ໃນນັ້ນ: ລາຍຮັບງົບປະມານພູດສູນກາງ 2.251,92 ຕື້ກີບ,ລາຍຮັບງົບປະມານພູດທ້ອງຖິ່ນ 2.667,04 ຕື້ກີບ) ດ້ານລາຍຈ່າຍງົບປະມານ 2.948,58 ຕື້ກີບ;.- ຄາດຄະເນອັດຕາເງິນເຟີ້ປະມານ 1,39%/ປີ;.- ສູ້ຊົນຜະລິດເຂົ້າໃຫ້ໄດ້ປະມານ 463.340ໂຕນ,ສະເລ່ຍ 1.037 ກິໂລ/ຄົນ/ປີ;.- ຄາດຄະເນລວມຍອດຜະລິດຕະພັນການສົ່ງອອກ ເພີ້ມຂື້ນ 11% ຕໍ່ປີ ຫຼື 2,80 ຕື້$ ແລະ ມູນຄ່າການນຳເຂົ້າໃຫ້ຢູ່ໃນລະດັບ 6-7% ຕໍ່ປີ ຫຼື 5,57 ຕື້$;.- ຄາດຄະເນການເຄື່ອນຍ້າຍສິນຄ້າພາຍໃນສະເລ່ຍ 15%/ປີ, ສິນຄ້າຜ່ານແດນ-ຂາອອກໃຫ້ໄດ້ 15%/ປີ;.- ຄາດຄະເນ GDP ຂອງຂະແໜງພະລັງງານ-ບໍ່ແຮ່ ບັນລຸ 16% ຂຶ້ນໄປ;.- ຄາດໝາຍໃຫ້ຄົວເຮືອນໄດ້ຊົມໃຊ້ໄຟຟ້າ 100% ໃນປີ 2020;..- ຄາດຄະເນ ອັດຕາຄວາມທຸກຍາກຂອງປະຊາຊົນບໍ່ເກີນ 500 ຄອບຄົວ ແລະ ລຶບລ້າງບ້ານທຸກຍາກໃຫ້ໄດ້ 100%;..
1. ວຽກງານກະສິກຳ-ປ່າໄມ້:
1.1 ເປົ້າໝາຍສະເພາະ:- ສູ້ຊົນຜະລິດເຂົ້າບໍ່ໃຫ້ຫຼຸດ 463.340ໂຕນ, ສະເລ່ຍໃຫ້ໄດ້ 1.037 ກິໂລ/ຄົນ/ປີ ໃນນັ້ນ: ນາປີໃຫ້ໄດ້ໃນເນື້ອທີ່ 87.450 ຮຕ, ຜົນຜະລິດ 349.520ໂຕນ,ດ້ວຍສະມັດຕະພາບສະເລ່ຍ 4,00 ໂຕນ/ຮຕ ແລະ ຜະລິດນາແຊງໃຫ້ໄດ້ໃນເນື້ອທີ່ 19.630 ຮຕ, ຜົນຜະລິດ113.820 ໂຕນ, ດ້ວຍສະມັດຕະພາບສະເລ່ຍ 5,80ໂຕນ/ຮຕ, ຄາດຄະເນການບໍລິໂພກຊີ້ນ-ປາ ແລະ ໄຂ່ ສະເລ່ຍ 53,50 ກລ/ຄົນ/ປີ;.- ການປູກພືດ: ສົ່ງເສີມການປູກພືດສະບຽງອາຫານໃນເນື້ອທີ່ 16.472 ຮຕ, ຜົນຜະລິດປະມານ 125.687 ໂຕນ (ສາລີຫວານ ໃຫ້ໄດ້12.324 ໂຕນ, ເຜືອກ-ມັນ ໃຫ້ໄດ້ 46.352 ໂຕນ ແລະ ພືດຜັກອື່ນໆ ໃຫ້ໄດ້ 47.660ໂຕນ).- ການລ້ຽງສັດ ແລະການປະມົງ: ຄາດຄະເນກການລ້ຽງສັດ(ງົວ-ຄວາຍ, ໜູ, ເປັດ-ໄກ່)ສົ່ງເສີມໃສ່ການລ້ຽງສັດແບບເປັນຟາມ, ເປັນກຸ່ມ, ການລ້ຽງໜູພັນຊິ້ນ,ງົວພັນຊິ້ນ(ງົວຂຸນ) ທະນາຄານເປັນຜູ້ສະໜອງສີນເຊື້ອ ແລະ ຂະແໜງການກະສິກໍາເປັນຜູ້ສະໜອງທາງດ້ານເຕັກນິກ, ວິຊາການຄາດຄະເນ ເພີ້ມຂຶ້ນປະມານ 4-6% ຕໍ່ປີ, ການລ້ຽງປາ ແລະ ສັດນໍ້າເພີ້ມຂຶ້ນ 3-5 % ຕໍ່ປີ, ສ້າງ ຕາໜ່າງສັດຕະວະແພດບ້ານໃຫ້ໄດ້ 1.100 ຄົນ;.
1.2 ການຜະລິດເປັນສິນຄ້າ:-
- ປຸກເຂົ້າເປັນສິນຄ້າສົ່ງອອກໃຫ້ໄດ້ປະມານ 216.950 ໂຕນ(ເຂົ້າເປືອກ) ຄຸນນະພາບດີ, ມາດຕະຖານກະສິກຳທີ່ດີ(GAP) ສະໜອງໃຫ້ຕະຫຼາດພາຍໃນ ແລະ ຕ່າງປະເທດ, ພັດທະນາລະບົບໂຮງສີເຂົ້າໃຫ້ບັນລຸມາດຖານ GMP ຢ່າງຫນ້ອຍ 2-4 ໂຮງທົ່ວແຂວງ ເພື່ອປຸງແຕ່ງເຂົ້າສານມີຄຸນນະພາບອອກສູ່ຕະຫລາດສາກົນ;.- ສົ່ງເສີມການປູກພືດເປັນສິນຄ້າ ໃນເນື້ອທີ່ 7.816 ຮຕ, ຜົນຜະລິດ 72.840 ໂຕນໃນນັ້ນ (ອ້ອຍ 758 ໂຕນ, ມັນຕົ້ນ 37.500 ໂຕນ, ຖົ່ວດິນ 251 ໂຕນ, ຖົ່ວເຫຼືອງ 990 ໂຕນ, ຢາສູບ 10.537 ໂຕນ ແລະ ພືດຜັນ 22.804 ໂຕນ) - ວຽກຊົນລະປະທານ: ປັບປຸງຊົນລະປະທານສະໜອງນ້ຳໃນລະດູຝົນໃຫ້ໄດ້ 34.200ຮຕ ແລະ ລະດູແລ້ງໃຫ້ໄດ້ 28.500 ຮຕ,ປ່ຽນຄອງດິນເປັນຄອງດີນຈີ່ ຫຼຶ ເບຕົງ, ກໍ່ສ້າງຄອງສົ່ງນ້ຳຈາກເຮືອນຈັກໄຟຟ້ານ້ຳເທີນ 2 ປະຕູນ້ຳ ປ່ອງ 3 ເຂົ້າໃນການຜະລິດ, ກໍ່ສ້າງປະຕູນ້ຳປ່ອງ 1,4,5 ຈາກຄອງສົ່ງນ້ຳນ້ຳເທີນ 2 ຫົດເນື້ອທີ່ 6.490 ຮຕ, ກໍ່ສ້າງຄອງເໜືອງຈາກເຂື່ອນໄຟຟ້ານ້ຳຫີນບູນ ບ້ານທົ່ງລົມສາມາດຫົດເນື້ອທີ່ 5.000 ຮຕ, ເຂື່ອນນ້ຳເທີນ-ຫີນບູນພາກຂະຫຽາຍຫົດເນື້ອທີ່ 3.000 ຮຕ ແລະ ຝາຍນ້ຳລົ້ນນ້ຳປະກັນຕາດຄອນແກ້ວມີເນື້ອທີ່ຫົດ 6.000 ຮຕ;.- ວຽກງານຄຸ້ມຄອງປ່າໄມ້ (ປ່າຜະລິດ) ປົກປັກຮັກສາ ແລະ ປຸກປ່າໄມ້ໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ກວມ 56% ຂອງເນື້ອທີ່ທົ່ວແຂວງ ແລະ ຄຸ້ມຄອງການການຂຸດຄົ້ນໄມ້ເຂດປ່າຜະລິດຕາມລະບຽບກົດໝາຍ;.
1.3 ວຽກງານອຸດສາຫະກຳ ແລະ ການຄ້າ:
- ຄາດຄະເນມູນຄ່າສິນຄ້າສົ່ງອອກ ເພີ້ມຂື້ນ 11% ຕໍ່ປີ ຫຼື 2,80 ຕື້$, ມູນຄ່ານໍາເຂົ້າ 6-7% ຕໍ່ປີ ປະມານ 5,57 ຕື້$, ມູນຄ່າຈໍລະຈອນ ເພີ້ມຂື້ນ 10% ຕໍ່ປີ ມູນຄ່າ 56.133,41 ຕື້ກີບ, ສິນຄ້າຜ່ານແດນປະມານ 7,46 ຕື້$, ມູນຄ່າເຄື່ອນຍ້າຍສິນຄ້າພາຍໃນ 4.137,73 ຕື້ກີບ, ຜະລິດຕະພັນອຸດສາຫະກຳປຸງແຕ່ງ ເພີ້ມຂື້ນ 10%/ປີ ປະມານ 56,47 ຕື້ກີບ ແລະ ມູນຄ່າການຈຳໜ່າຍປະມານ 92,98 ຕື້ກີບ;.- ຊຸກຍູ້ປຸກລະດົມການລົງທຶນເຂົ້າໃສ່ການພັດທະນາເຂດເສດຖະກິດສະເພາະທ່າແຂກ, ເຂດເສດຖະກິດພິເສດພູຂຽວ, ເຂດເສດຖະກິດການຄ້າຊາຍແດນເຂດຈຸດສຸມ ຫຼັງຄັງ ແລະ ເຂດອື່ນໆ ທີ່ມີເງື່ອນໄຂ;.
1.4 ວຽກງານພະລັງງານ-ບໍ່ແຮ່-
- ວຽກບໍ່ແຮ່: ຂຸດຄົ້ນ-ປຸງແຕ່ງແຮ່ທາດໃຫ້ໄດ້ 924,45 ລ້ານ$ ແລະ ສືບຕໍ່ສຳຫຼວດຂຸດຄົ້ນແຮ່ທາດອື່ນໆ ທີ່ມີເງື່ອນໄຂ.- ວຽກພະລັງງານ: ສະໜັບສະໜູນການ ກໍ່ສ້າງເຂື່ອນໄຟຟ້ານ້ຳຫີນບູນ(ບ້ານທົ່ງລົມ), ມີກຳລັງຕິດຕັ້ງ 30 MW ໃຫ້ສຳເລັດ, ສືບຕໍ່ສືກສາອອກແບບໂຄງການກໍ່ສ້າງ ເຂື່ອນໄຟຟ້າຂະໜາດນ້ອຍໃຫ້ໄດ້ 5 ແຫ່ງ, ມີກຳລັງການຜະລິດປະມານ 44 MW (ເຂື່ອນເຊນ້ອຍ, ນ້ຳໄຮ, ຫີນບູນຕອນລຸ່ມ, ເຊບັ້ງໄຟຕອນເທິງ 2 ແຫ່ງ);.
1.5 ວຽກງານໂຍທາທິການ ແລະ ຂົນສົ່ງ:-
- ວຽກງານທາງບົກ-ທາງນ້ຳ:ສືບຕໍ່ກໍ່ສ້າງເສັ້ນທາງໃຫ້ເພີ້ມຂື້ນ 710,03ກມ, ໃນນັ້ນ: ທາງເບຕົງ 6,09ກມ, ທາງປູຢາງ193,58 ກມ , ທາງດິນແດງ 170,49 ກມ ແລະ ທາງດິນທຳມະຊາດ339,86 ກມ, ຈຸດພັກລົດ, ສະຖານີຈອດລົດ ແລະ ລະບົບສາງສິນຄ້າ.ປັບປຸງ ແລະ ກໍ່ສ້າງຂົວໃຫ້ໄດ້ 19 ແຫ່ງ,ໃນນັ້ນ: ຂົວເບຕົງເສີມເຫລັກ11 ແຫ່ງ ຍາວ 1.517,22 ແມັດ, ຂົວເບເລ້ 4 ແຫ່ງຍາວ 190 ແມັດ, ຂົວໄມ້ 2 ແຫ່ງ ຍາວ 95 ແມັດ, ກໍ່ສ້າງຂົວອູ່ 2 ແຫ່ງຍາວ 95 ແມັດແລະ ກໍ່ສ້າງທໍ່ລ່ຽມ 7 ແຫ່ງຍາວ 109 ແມັດ, ກໍ່ສ້າງຕ້ານເຈື່ອນຕາມລຳແມ່ນໍ້າຂອງ ແລະ ສາຍນ້ຳຕ່າງໆໃຫ້ໄດ້17,9ກມ ສະເໜີຍົກລະດັບຫາງເລກທີ່ 13 (ຊ່ວງແຂວງຄໍາມ່ວນ), ທາງເລກທີ່ 12 ໃຫ້ເປັນທາງ 4 ເລັນ, ກໍ່ສ້າງທາງເລກທີ່ 11, ທາງ 1E, 1F ແລະ ທາງແຕ່ດ່ານກະລ໋ອງ(ຂຸນເຊ-ໜອງມ້າ)ເຖິງດ່ານລຸມປຸ້ມ(ຊາຍແດນສະຫັວນນະເຂດ).- ວຽກຂົນສົ່ງ: ປັບປຸງການຄຸ້ມຄອງ ແລະ ພັດທະນາລະບົບການຂົນສົ່ງໃຫ້ທັນສະໄໝ, ບໍລິການຜູ້ໂດຍສານໃຫ້ໄດ້645.883 ເທື່ອ/ຄົນ/ປີ ແລະ ຂົນສົ່ງ-ຈໍລະຈອນສິນຄ້າໃຫ້ໄດ້4.534.075 ໂຕນ/ປີ;.- ວຽກເຄຫາ-ຜັງເມືອງ ແລະ ນໍ້າປະປາ: ປັບປຸງ ແລະ ກໍ່ສ້າງຕົວເມືອງທ່າແຂກໃຫ້ກາຍເປັນເມືອງທ່ອງທ່ຽວ ແລະ ໜ້າຢູ່,ປັບປຸງ-ກໍ່ສ້າງສວນສາທາລະນະ, ຕິດຕັ້ງລະບົບໄຟສັນຍານຈາລະຈອນ, ລະບົບກ້ອງວົງຈອນປິດຢູ່ໃນຈຸດທີ່ສຳຄັນ, ລະບົບກຳຈັດຂີ້ເຫຍື່ອ, ຫ້ອງນ້ຳສາທາລະນະ, ຄອງລະບາຍນໍ້າ ແລະ ກໍ່ສ້າງນໍ້າປະປາ ໃນ 6 ເມືອງທີ່ບໍ່ທັນມີໃຫ້ສຳເລັດ.
1.6 ວຽກງານການເງິນ
-
ສູ້ຊົນເກັບລາຍຮັບເຂົ້າງົບປະມານ ສະເລ່ຍແຕ່ລະປີ ເພີ້ມຂຶ້ນ 25,60%, ຮອດປີ 2020 ເທົ່າກັບ 4.918,96ຕື້ກີບ ໃນນັ້ນ: ພູດສູນກາງ 2.251,92 ຕື້ກີບ, ພູດທ້ອງຖິ່ນ 2.667,04 ຕື້ກີບ ແລະ ປະຕິບັດລາຍຈ່າຍ 2.948,58 ຕື້ກີບ;.
- ຂະຫຍາຍຕາໜ່າງໂທລະຄົມມະນາຄົມລົງສູ່ເຂດຊົນນະບົດເຂດຫ່າງໄກສອກຫຼີກໃຫ້ກວມ 90% ແລະ ອິນເຕີເນັດກວມ 20%.ຂະຫຍາຍຈຸດບໍລິການການຮັບ-ສົ່ງໄປສະນີພັນ ແລະ ພັດສະດຸພັນ ໃນເຂດຫ່າງໄກໃຫ້ທັນເວລາ, ຍົກລະດັບຮູບແບບການບໍລິການໄປສະນີທີ່ທັນສະໄໝ;.
1.8 ວຽກງານການສຶກສາ ແລະ ກິລາ:
- ຮັບປະກັນການບໍລິການ-ການສຶກສາທີ່ມີຄູນນະພາບ ແລະ ເທົ່າທຽມກັນຮອດປີ 2020 ໃຫ້ບັນລຸຄາດໝາຍດັ່ງນີ້:- ອັດຕາສ່ວນເຂົ້າຮຽນຂອງເດັກໃນເກນອາຍຸ 3-5 ປີ ໃຫ້ບັນລຸໄດ້ 50%, ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ ອາຍຸ 6-10 ປີໃຫ້ບັນລຸໄດ້ 99,5%.ອັດຕາການຫຼອດເຫຼືອຢູ່ໃນລະດັບ 95 % ແລະ ອັດຕາສ່ວນຄ້າງຫ້ອງໃຫ້ເຫຼືອ 3%.- ອັດຕາສ່ວນເຂົ້າຮຽນຊັ້ນມັດທະຍົມຕົ້ນໃຫ້ບັນລຸໄດ້ 85%ແລະຊັ້ນມັດທະຍົມຕອນປາຍໃຫ້ໄດ້ 75%. - ລົບລ້າງຄວາມບໍ່ຮູ້ໜັງສືໃຫ້ປະຊາຊົນໃນເກນອາຍຸ 15-40 ປີໃຫ້ໄດ້ 99,2% ແລະ 15 ປີຂື້ນໄປໃຫ້ໄດ້ 95%. ປະກາດເມືອງຮຽນຈົບຊັ້ນມັດທະຍົມຕົ້ນບຳລຸງໃຫ້ໄດ້ 100%, ຂະຫຽາຍສາຂາຂະແໜງການຮຽນໃນໂຮງຮຽນວິຊາຊີບຂອງແຂວງ ແລະ ພາກເອກະຊົນໃຫ້ຫຼາຍຂຶ້ນ, ສ້າງ-ພັດທະນາສີມືແຮງງານໃຫ້ຊາວໜຸ່ມ ແລະ ສູ້ຊົນເຮັດໃຫ້ອັດຕາສ່ວນຂອງຄູຕໍ່ນັກຮຽນ, ຫ້ອງຮຽນໃຫ້ມີຄວາມສອດຄອ່ງຕາມມາດຖານ;..- ພັດທະນາກິລາກາຍະກຳໃຫ້ເປັນອາຊີບ, ສົ່ງເສີມກິລາກາຍະກຳພື້ນເມືອງ, ນັກກິລາຜູ້ທີ່ມີພອນສະຫັວນເພື່ອເຂົ້າຮ່ວມງານມະຫາກຳກິລາຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ;.
1.9ວຽກງານສາທາລະນະສຸກ:
- ປັບປຸງ ການບໍລີການດ້ານສາທາລະນະສຸກໃຫ້ທຸກຄົນໄດ້ຊົມໃຊ້ທີ່ມີ ຄຸນນະພາບດີ, ຂະຫຍາຍຕາໜ່າງສາທາລະນະສຸກເຖິງຊົນນະບົດຫ່າງໄກສອກຫຼີກ, ຮັບປະກັນໃຫ້ແມ່ຍິງ ແລະ ເດັກນ້ອຍໄດ້ຮັບການດູແລຢ່າງທົ່ວເຖິງ, ເດັກນ້ອຍໄດ້ຮັບສານອາຫານທີ່ພຽງພໍ, ຖືກຫຼັກອານາໄມຄົບ 5 ໝວດຕາມຫຼັກການໂພສະນາການ ແລະ ເພີ່ມອາຍຸຍືນສະເລ່ຍຂອງປະຊາຊົນໃຫ້ໄດ້ 73 ປີ;.- ຫຼຸດອັດຕາຂອງເດັກລຸ່ມ 5 ປີທີ່ນໍ້າໜັກຕໍ່າກວ່າມາດຕະຖານໃຫ້ໄດ້ 15% ແລະເດັກທີ່ເຕ້ຍໃຫ້ໄດ້ 28%.- ອັດຕາການຕາຍຂອງເດັກອາຍຸຕ່ຳກວ່າ 1 ປີ ໃຫ້ໄດ້ 20/1.000 ແລະ ເດັກຕໍ່າກວ່າ5 ປີໃຫ້ໄດ້25/1.000- ອັດຕາການຕາຍຂອງແມ່ໃຫ້ໄດ້ 70/100.000 ເດັກເກີດ.- ຂະຫຽາຍ ອັດຕາຊົມໃຊ້ນ້ຳສະອາດຂອງປະຊາຊົນໃຫ້ໄດ້ 90%, ໂຮງຮຽນໃຫ້ໄດ້ 80% ແລະ ສຸກສາລາໃຫ້ໄດ້ 100%.- ອັດຕາການຊົມໃຊ້ວິດຖ່າຍຂອງຄົວເຮືອນໃຫ້ໄດ້ 75 % , ໂຮງຮຽນໃຫ້ໄດ້ 80% ແລະ ສຸກສາລາໃຫ້ໄດ້ 100%.- ສູ້ຊົນສ້າງບ້ານສາທາລະນະສຸກໃຫ້ໄດ້ 90% ຂອງຈຳນວນບ້ານທົ່ວແຂວງ;.
1.10 ວຽກງານຖະແຫລງຂ່າວ , ວັດທະນະທຳ ແລະທ່ອງທ່ຽວ:
- ວຽກງານຖະແຫຼງຂ່າວ: ປັບປຸງຂະຫຽາຍຄວາມຖີ່ຂອງ ວິທະຍຸສາມາດກະຈາຍສຽງໃຫ້ສາມາດຄວບຄຸມພື້ນທີ່ 95%,ໂທລະພາບ 60% , ກໍ່ສ້າງສະຖານີວິທະຍຸໃຫ້ໄດ້ 1-2 ເມືອງ, ກໍ່ສ້າງເຄື່ອຄ່າຍສື່ມວນຊົນລົງຮອດຮາກຖານບ້ານຢູ່ ເຂດຫ່າງໄກສອກຫລີກ ໃຫ້ປະຊາຊົນໄດ້ຮັບຂໍ້ມູນຂ່າວສານເປັນລະບົບ;.- ວຽກງານວັດທະນະທໍາ: ສ້າງຄອບຄົວ ແລະ ບ້ານວັດທະນະທໍາໃຫ້ໄດ້ 85% ສະເໜີລັດຖະບານຂໍເອົາ ຖ້ຳພະໜອງປາຝາບ້ານນາຂ້າງຊ້າງ ເມືອງທ່າແຂກ ເປັນມໍລະດົກລະດັບຊາດ, ຄຸ້ມຄອງສະຖານບັນເທີງ, ສິ່ງພິມ, ປ້າຍໂຄສະນາ ປະຕິບັດຕາມລະບຽບກົດໝາຍ ຢ່າງເຂັ້ມງວດ;.- ວຽກງານທ່ອງທ່ຽວ:ປັບປຸງ, ຄຸ້ມຄອງ ຫລ່ງທ່ອງທ່ຽວ ແລະ ຈັດລຽງບູລິມະສິດເພື່ອພັດທະນາ ການທ່ອງທ່ຽວ, ສ້າງຕັ້ງກຸ່ມບໍລິສັດທ່ອງທ່ຽວ ໃຫ້ໄດ້ 10 ກຸ່ມ, ໂຮງແຮມ, ບ້ານພັກ, ລີສອດ 5.000 ຫ້ອງ ແລະ ຮ້ານອາຫານສາມາດບໍລີການນັກທ່ອງທ່ຽວ 10.000 ຄົນ, ຄາດຄະເນນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ(2016-2020) ປະມານ 2.500.000 ຄົນ, ສະເລ່ຍເພີ່ມຂຶ້ນ12%/ປີ;.
1.11 ວຽກງານແຮງງານ ແລະ ສະຫວັດດີການສັງຄົມ:
- ສ້າງສູນຝຶກສີມືແຮງງານໃຫ້ມີຄຸນະພາບໃຫ້ໄດ້ 1 ແຫ່ງ, ຈັດຫາວຽກເຮັດງານທຳໃຫ້ໄດ້ 2.000 ຕຳແໜງ, ປັບປຸງ-ຄຸ້ມຄອງການປະກັນສັງຄົມໃຫ້ບັນລຸ 50%ຂອງພົນລະເມືອງທົ່ວແຂວງ, ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ, ຜູ້ເສຍສະຫຼະຊີວິດ ປາງສົງຄາມ ແລະ ພະນັກງານບຳນານໃຫ້ສຳເລັດ 100%.
1.12 ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ:
- ສ້າງແຜນການລົງກວດກາການ ຂື້ນທະບຽນເຄື່ອງໝາຍການຄ້າ, ຈົດທະບຽນສິດທິບັດຊັບສິນທາງປັນຍາ, ສະກັດກັ້ນສິນຄ້າລຽນແບບ, ສິນຄ້າໝົດອາຍຸ, ກວດກາກົງເຕີ້ນ້ຳປະປາໃຫ້ໄດ້ 50%ກົງເຕີ້ໄຟຟ້ານຳເຂົ້າໃຫ້ໄດ້ 100% ແລະ ຫົວຈ່າຍນໍ້າມັນເຊື້້ອໄຟໃຫ້ໄດ້ 100%.
1.13 ວຽກງານຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມ:
- ຄຸ້ມຄອງ ຟື້ນຟູເນື້ອທີ່ປົກຫຸ້ມປ່າໄມ້ໃຫ້ໄດ້ 1.008.428ຮຕ,ກວມ 56% ປັບປຸງລະບົບການຄຸ້ມຄອງທີ່ດີນ, ການອອກທະບຽນທີ່ດິນ ແລະ ຈັດສັນທີ່ດິນເພື່ອການພັດທະນາໃຫ້ສຳເລັດ, ຈັດຕັ້ງປະຕິບັດແຜນງານປົກປັກຮັກສາຊັບພະຍາກອນທຳມະຊາດ-ແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ, ປະຕິບັດກົດໝາຍການຄຸ້ມຄອງມົນລະພິດ ແລະ ການປ່ອຍອາຍພິດສິ່ງເສດເຫຼືອຕາມລະບຍບກົດໝາຍ;.
1.14 ວຽກງານການຕ່າງປະເທດ:
- ປະຕິບັດແນວທາງການຕ່າງປະເທດ, ການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ສສ ຫວຽດນາມ, ສປ ຈີນ, ລາຊາອານາຈັກໄທ ແລະ ປະເທດເພື່ອນມິດຕ່າງໆ ຮັບເອົາການລົງທຶນ ແລະ ການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ແລະ ຄຸ້ມຄອງອົງການຈັດຕັ້ງສາກົນຕາມລະບຽບກົດໝາຍໃນແຕ່ລະໄລຍະ;.
1.15 ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ:
- ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບວຽກພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງໃຫ້ແຂງແຮງ, ສ້າງບ້ານພັດທະນາ ໃຫ້ບັນລຸ 80% ຂອງຈຳນວນບ້ານ, ສ້າງເມືອງພັດທະນາບັນລຸ 80%ສ້າງຄອບຄົວພັດທະນາບັນລຸ 90%ຂອງຄອບຄົວທົ່ວແຂວງ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດເມືອງໜຶ່ງໃຫ້ໄດ້ 2-3 ແຫ່ງ ສືບຕໍ່ລືບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ບ້ານໃຫ້ໄດ້ໂດຍພື້ນຖານ;.
1.16 ວຽກງານພາຍໃນ:
- ປັບປຸງຍົກລະດັບຄູນນະພາບ ແລະ ຄວາມສາມາດຂອງພະນັກງານໃຫ້ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນໄລຍະໃໝ່, ບຳລູງ ແລະ ກໍ່ສ້າງພະນັກງານ-ລັດຖະກອນໃຫ້ໄດ້ 650 ຄົນ, ໃນນັ້ນ:ປະລິນຍາເອກ 07 ຄົນ, ປະລິນຍາໂທ 25 ຄົນປະລິນຍາຕີ 75 ຄົນ, ຊັ້ນສູງ 125 ຄົນ, ຊັ້ນກາງ 300 ຄົນ ແລະ ຊັ້ນຕົ້ນ 118 ຄົນ, ປັບປຸງໂຄງປະກອບກົງຈັກການບໍລີຫານລັດໃຫ້ມີຄວາມໂປງໃສ, ບໍລີການປະຊາຊົນ ແລະ ການຈັດຕັ້ງໃຫ້ມີຄວາມວຶອງໄວ, ສະດວກສະບາຍ ແລະ ມີປະສິດທິພາບ, ກົງຈັກຊ່ວຍວຽກດ້ານວິຊາການ, ບໍລິຫານ,ການກຳນົດຕໍາແໜ່ງງານໃຫ້ຄົບຖ້ວນ ແລະ ປະຕິບັດລະບຽບ ການຄຸ້ມຄອງລັດຖະກອນໃຫ້ຄົບຖ້ວນໃຫ້ເຂັ້ມງວດ. ສະນັ້ນນ, ຍຸດທະສາດ ແລະ ແຜນພັດທະນາຮອບດ້ານຂອງແຂວງຄຳມ່ວນ 2016-2030-2025 ແລະ 2020 ທີ່ກອງປະຊຸມໃຫຍ່ອົງຄະນະພັກແຂວງໄດ້ຮັບຮອງເອົາແມ່ນເອກະສານສຳຄັນທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ່ VIII 2016-2020 ຂອງ ສປປ ລາວ.