
ທ່ານ ປອ. ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມ ຄະນະໄດ້ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຄຳມ່ວນ ໃນວັນທີ 16 ຕຸລາ 2017 ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ. ເຊິ່ງທ່ານ ໄທຍະພອນ ສິງທອງ ຫົວໜ້າພະແນກ ປທສ ແຂວງໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ ປທສ ພາຍໃນແຂວງວ່າ: ພາຍໃນແຂວງມີຜູ້ໃຫ້ບໍລິການໄປສະນີຈຳນວນ 2 ບໍລິສັດ ແລະ ຜູ້ໃຫ້ບໍລິການດ້ານໂທລະຄົມ ມະນາຄົມ ແລະ ການສື່ສານ ຈຳນວນ 6 ບໍລິສັດ, ນອກນີ້ຍັງມີລະບົບສາຍກາບໃຍແກ້ວນຳແສງ ລວມທັງໝົດ 4.659 ກິໂລແມັດ ສາມາກວມໄດ້ 10 ຕົວເມືອງໃນທົ່ວແຂວງ,