ເມືອງຍົມມະລາດຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອຂອງແຂວງຄຳມ່ວນ ຫ່າງຈາກເທດສະບານແຂວງ 54 ກິໂລແມັດ, ມີເຂດແດນຕິດຈອດກັບ 5 ຕົວເມືອງມີ ເມືອງ ທ່າແຂກ, ເມືອງ ຫີນບູນ ,ເມືອງ ມະຫາໄຊ ,ເມືອງ ບົວລະພາ, ເມືອງ ນາກາຍ ມີເນື້ອທີ່ທັງໝົດ 120.914 ເຮັກຕາ ແລະ ຍັງເປັນເມືອງພື້ນຖານການປະຕິວັດ, ປະຊາຊົນບັນດາເຜົ່າມີມູນເຊື້ອອົງອາດກ້າແກ່ນ, ມີຄວາມຮັກເຊື້ອແພງຊາດ ຍອມເສຍສະຫຼະເລືອດເນື້ອເພື່ອຊາດ, ເພື່ອການປະຕິວັດຈົນໄດ້ຮັບໄຊຊະນະຢ່າງສະຫງ່າຜ່າເຜີຍ.
ເມືອງຍົມມະລາດ ມີພົນລະເມືອງ 33.959 ຄົນ; ຍິງ 17.107 ຄົນ, ມີ 4 ເຜົ່າຢູ່ຮ່ວມກັນ ຄື: ເຜົ່າລາວ 54%, ເຜົ່າມະກອງ 37%, ເຜົ່າຜູ້ໄທ 6% ແລະ ເຜົ່າແສກ 3% ຂອງຈຳນວນພົນລະເມືອງ, ມີ 3 ກຸ່ມບ້ານ, ມີ 46 ບ້ານ, ມີ 7.401 ຄອບຄົວ ແລະ 6.780 ຫຼັງຄາເຮືອນ.